ການລັກຕັດໄມ້ຢູ່ ຊຽງຂວາງ ແມ່ນໄມ້ຣາຄາແພງ

ການລັກຕັດໄມ້ ໃນ ສປປລາວ ທີ່ມີຫລາຍ ທີ່ສຸດແມ່ນ ຢູ່ ແຂວງຊຽງຂວາງ ໂດຍສະເພາະ ແມ່ນໄມ້ທີ່ມີ ຣາຄາແພງ.

0:00 / 0:00

ບົດລາຍງານ ປະຈຳເດືອນເມສາ 2010 ຂອງ ກະຊວງກະສິກັມ ແລະ ປ່າໄມ້ຂອງລາວ ເປີດເຜີຍວ່າ ປັດຈຸບັນນີ້ ແຂວງຊຽງຂວາງ ກາຍເປັນແຂວງທີ່ມີ ການລັກຕັດ ໄມ້ ແລະ ຂາຍໄມ້ຜິດກົດໝາຍ ຫລາຍທີ່ສຸດ ໃນສປປລາວ.

ການກວດກາຂອງ ເຈົ້າໜ້າທີ່ກ່ຽວຂ້ອງ ພົບວ່າ ໃນຈຳນວນໄມ້ 843 ແມັດກ້ອນ ທີ່ໄດ້ມີການ ລັກຕັດ ແລະເຄື່ອນຍ້າຍໃນ ທົ່ວປະເທດນັ້ນ 670 ແມັດກ້ອນ ເປັນໄມ້ ອອກຈາກ ແຂວງຊຽງຂວາງ ທີ່ໄດ້ກວດພົບ ກຳລັງຖືກເຄື່ອນຍ້າຍ ອອກນອກປະເທດ ໃນຈຳນວນຣົດ ຂົນສົ່ງ 24 ຄັນ. ໃນຈຳນວນໄມ້ ທີ່ກວດກາພົບ ກໍມີໄມ້ໂລງເລງ ໄມ້ຮິ້ງຫອມ ລ້ວນແຕ່ເປັນໄມ້ ທີ່ມີຄ່າຫາຍາກ ມີຣາຄາສູງ ໃນຕລາດຕ່າງ ປະເທດ. ນອກຈາກໄມ້ ຈຳນວນນີ້ແລ້ວ ກໍຍັງມີ ໄມ້ແປກແລະໄມ້ ໂລງເລງອີກຈຳນວນ 30 ແມັດກ້ອນ ແລະ 13 ແມັດກ້ອນ ທີ່ຈັບຍຶດໄດ້ຫວ່າງ ບໍ່ດົນກ່ອນນີ້.

ບົດລາຍງານຍັງໄດ້ ເປີດເຜີຍຕໍ່ໄປ ອີກວ່າ ປັດຈຸບັນນີ້ ສະຖານະການ ການຕັດໄມ້ ທຳລາຍປ່າ ຢູ່ຕາມເຂດຕ່າງໆ ໃນທົ່ວປະເທດ ຍັງສືບຕໍ່ຢ່າງ ແຜ່ຫລາຍຢູ່ ເຖິງວ່າ ເຈົ້າໜ້າທີ່ ຮັບຜິດຊອບກ່ຽວຂ້ອງ ແລະອຳນາດການ ປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ ສະກັດກັ້ນປາບປາມ ຢ່າງເຂັ້ມງວດແລ້ວ ກໍຕາມ ແຕ່ກໍຍັງບໍ່ ສາມາດ ຕັດບັນຫາ ດັ່ງກ່າວອອກໄປ ໃຫ້ໝົດສິ້ນໄປໄດ້.

ແຂວງອື່ນໆທີ່ຍັງ ມີການຕັດລັກໄມ້ ເພື່ອສົ່ງອອກຂາຍ ນອກປະເທດນອກ ຈາກແຂວງຊຽງຂວາງ ກໍມີ ແຂວງອຸດົມໄຊ, ໄຊຍະບຸຣີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ ແລະເຊກອງ.