ແຂວງຊຽງຂວາງ ຕັ້ງກົດປ້ອງກັນສັດປ່າ

ແຂວງຊຽງຂວາງ ຈັດຕັ້ງ ມາຕການ ປ້ອງກັນ ການເຄື່ອນຍ້າຍ ສັດປ່າ ຫລັງຈາກມີ ການລັກລອບ ເອົາສັດປ່າ ໄປຂາຍ ຢ່າງບໍ່ຖືກ ຕ້ອງ.
ສົມເນ
2010.07.30

ການເອົາ ມາຕການ ນີ້ແມ່ນ ເພື່ອປົກປ້ອງ ບໍ່ໃຫ້ມີ ການເຄື່ອນຍ້າຍ ຫລືນໍາເອົາ ສັດປ່າໄປຂາຍ. ຕາມການ ເປີດເຜີຽຂອງ ເຈົ້າໜ້າທີ່ ປ່າໄມ້ ແຂວງຊຽງຂວາງ:

"ການອະນຸຍາດ ຂຸດຄົ້ນບໍ? ການເຄື່ອນຍ້າຍ ຕ່າງໆນີ້ ກະແມ່ນ ມີມາຕການ ລະອຽດ ຄັນວ່າເຮົາ ມີເງື່ອນໄຂ ຈະເອົາສັດ ຍ້າຍໄປ ຍ້າຍມານີ້ ກໍແມ່ນ ຣັຖບານ ອະນຸຍາດ ເລີຽ. ຂັ້ນແຂວງ ຂັ້ນເມືອງເຮົາ ຈະບໍ່ມີສິດ ອະນຸຍາດ. ມີຢາກເຂົ້າມາ ເບິ່ງບໍ? ຢາກມາທ່ອງທ່ຽວ ຢາກມາ ສໍາຣວດ ປະເມີນຜົນ ແບບໃດ ເປັນຂັ້ນເມືອງ ຂັ້ນແຂວງ ເຮົາອະນຸຍາດ ເຂົ້າໄປເບິ່ງ ຕົວຈິງໄດ້".

ທ່ານວ່າ ຜ່ານມາ ມີການລັກລອບ ເອົາໂຕແລນ ໂຕເຕົ່າ ໂຕເໝັ້ນ ຢູ່ໃນທົ່ວແຂວງ ໄປຂາຍກັນ ໂດຍບໍ່ມີ ຂອບເຂດ ແລະ ບໍ່ມີລະບຽບ ກົດໝາຍຄຸ້ມຄອງ. ດຽວນີ້ ສັດຈໍາພວກນີ້ ເຫລືອພຽງ ຫນ້ອຍດຽວ. ມາຮອດ ປັດຈຸບັນນີ້ ໄດ້ມີການ ຈັດຕັ້ງ ປະຕິບັດ ລະບຽບກົດໝາຍ ເພື່ອສງວນ ແລະ ປົກປັກຮັກສາ ແຫລ່ງທີ່ຢູ່ ອາໄສ ຂອງສັດປ່າ ໃນແຕ່ລະ ພື້ນທີ່ ເພື່ອວ່າ ສັດປ່າ ຈະບໍ່ໄດ້ ສູນພັນ.

ເຖິງຢ່າງໃດ ກໍດີ ທ່ານວ່າ ມີລະບຽບ ກົດໝາຍ ຂໍ້ກໍານົດ ແລະຈັດຕັ້ງ ປະຕິບັດ ກໍດີ ກໍຍັງ ປະຕິເສດ ບໍ່ໄດ້ ເພາະຍັງມີ ປະຊາຊົນ ລັກລອບ ເອົາສັດປ່າ ໄປຂາຍຢູ່ ຄືເກົ່າ ອັນເຣັດໃຫ້ ຈໍານວນສັດປ່າ ມີຫນ້ອຍລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.