ຕຣຽມທົດລອງຂຸດແຮ່ potash ຢູ່ລາວ
2010.05.06
ໂຄງການຂຸດຄົ້ນແຮ່ ໂປຕາຊ ຂອງບໍຣິສັດ ລາວ-ຈີນ ພັທນາແຮ່ທາດ ແລະການຮ່ວມທຶນ ຫລື CLMD ໃນເຂດເມືອງ ໄຊທານີ ນະຄອນຫລວງ ວຽງຈັນ ກໍາລັງຢູ່ໃນ ຂັ້ນຕອນ ການກໍ່ສ້າງໂຮງງານ ເພື່ອຕຽມ ການທົດລອງ ຂຸດຄົ້ນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ສູນ ອຸດສາຫະກັມ ແລະບໍ່ແຮ່ ກົມສິ່ງແວດລ້ອມ ໃນນະຄອນຫລວງ ວຽງຈັນ:
"ບໍຣິສັດລາວ-ຈີນ ພັທນາແຮ່ທາດ ເພິ່ນໄດ້ຮັບ ອະນຸຍາດ ຂຸດຄົ້ນແລ້ວ ແລະເພິ່ນກໍາລັງ ຢູ່ໃນລະຍະ ກໍ່ສ້າງ ໂຮງງານເພື່ອ ກະກຽມ ການທົດລອງ ຂຸດຄົ້ນ ມີການປະເມີນຜົລ ກະທົບ ຕໍ່ສິ່ງແວດລ້ອມ ແລະກໍມີການ ປະເມີນຜົລ ກະທົບທາງດ້ານ ສັງຄົມແລ້ວ".
ທ່ານກ່າວເພີ່ມວ່າ ກ່ອນໜ້ານີ້ ປະຊາຊົນ ທີ່ອາສັຍຢູ່ ໃນບໍຣິເວນ ໃກ້ຄຽງໂຄງການ ມີຄວາມກັງວົນ ເຖິງຜົລກະທົບ ທີ່ອາຈເກີດຂຶ້ນ ຈາກການຂຸດຄົ້ນ ແຕ່ຂະນະນີ້ ທາງບໍຣິສັດ ໄດ້ແຈ້ງໃຫ້ ປະຊາຊົນຮູ້ ໂດຍໄດ້ອະທິບາຍ ກ່ຽວກັບໂຄງການ ການຈ່າຍຄ່າ ຊົດເຊີຍໃຫ້ ປະຊາຊົນ ຜູ້ມີທີ່ດິນ ໃນເຂດ ໂຄງການນັ້ນ ເປັນທີ່ຮຽບຮ້ອຍ ແລ້ວ ແລະທາງບໍຣິສັດ ຈະມີການຕິດຕາມ ກວດກາຜົລກະທົບ ຮ່ວມກັບເຈົ້າໜ້າທີ່ ກົມສິ່ງແວດລ້ອມ. ທ່ານ ກ່າວຕໍ່ໄປວ່າ:
"ມັນເປັນບໍ່ໃຕ້ດິນເນາະ ຂຸດລົງໄປ ຂ້ອນຂ້າງເລິກ ແລະທາງໜ້າພຽງ ກໍບໍ່ໄດ້ມີຜົລ ກະທົບອິຫຍັງ ແຕ່ເຂົາ ກໍມີມາຕການ ເລື່ອງການຍຸບ ການເຈື່ອນຫຍັງຂອງ ໂຄງການເຂົາເຈົ້າ ນໍ້າເຄັມນີ້ ກໍເປັນບັນຫາ ທີ່ວ່າ ບໍ່ເປັນບັນຫາໃຫຍ່ ມີມາຕການ ຄືເຂົາຈະສ້າງ ອ່າງເນາະ ອ່າງສໍາລັບເກັບ ນໍ້າເຄັມ ເຂົາເຈົ້າຫັ້ນ".
ການສ້າງຕັ້ງ ໂຮງງານ ຮວມເຖິງການ ທົດລອງ ຂຸດຄົ້ນແຮ່ potash ອາຈຈະໃຊ້ເວລາ ປະມານ 5 ປີ ນັບຕັ້ງແຕ່ໄດ້ ຮັບອະນຸຍາດ ເມື່ອທ້າຍປີ 2009 ຜ່ານມາຈຶ່ງ ຈະເລີ່ມຂຸດຄົ້ນ ຢ່າງເປັນທາງການ.