ຕາຍ 25 ຄົນ ຍ້ອນລັກຂຸດຄຳ
2009.06.03
ເຖິງທຸກມື້ນີ້ ຍັງມີຜູ້ຄົນ ລັກຂຸດຄົ້ນ ແຮ່ຄຳ ຢູ່ເຂດ ສັມປະທານ ພູແຮ່ ເມືອງແປກ ແຂວງຊຽງຂວາງ ຢ່າງຫລວງຫລາຍ ແລະ ນັບມືນັບ ເພີ້ມທະວີຂື້ນ.
ນັບແຕ່ຕົ້ນປີ 2008ມາເຖິງ ປັດຈຸບັນນີ້ ມີຜູ້ເສັຍ ຊີວິດແລ້ວ 25ຄົນ ແລະໄດ້ຮັບ ບາດເຈັບບໍ່ຕໍ່າ ກວ່າ30ຄົນ ຍ້ອນວ່າອຸໂມງ ທີ່ຂຸດເຈາະເອົາ ດິນປົນແຮ່ຄຳ ເຈື່ອນລົງທັບຖົມ. ພ້ອມກັນນັ້ນ ການລັກຂຸດຄົ້ນ ແຮ່ຄຳ ຍັງໄດ້ເຮັດໃຫ້ ຫ້ວຍນ້ຳຫລາຍສາຍ ໃນເຂດ ໃກ້ຄຽງ ຂຸ່ນເສັຍຫາຍ ໃຊ້ບໍ່ໄດ້ຍ້ອນ ສານພິດເຈືອປົນ.
ແຕ່ກ່ອນການລັກ ຂຸດຄົ້ນແຮ່ຄຳ ມີພຽງແຕ່ ຊາວບ້ານ ທັມມະດາ ແຕ່ດຽວນີ້ ມີທັງ ຂ້າຣັຖກອນ ທະຫານ ຕຳຣວດ ເຂົ້າຮ່ວມໂດຍ ການໃຊ້ເຄື່ອງມື ປະເພດຈັກບົດ ທີ່ທັນສມັຍຂື້ນ ພ້ອມທັງສານ ເຄມີເພື່ອ ບົດສະກັດຄຳ. ນອກຈາກນີ້ ພື້ນທີ່ຂຸດຄົ້ນ ກໍໄດ້ຂຍາຍ ກວ້າງອອກໄປ ເລື້ອຍໆຮອດເມືອງ ຜາໄຊ ແລະ ເມືອງຄູນ ໃນແຂວງດຽວກັນ.
ພຶຕິກັມການ ລັກຂຸດຄົ້ນແຮ່ ທາດຕ່າງໆໃນ ສປປລາວ ຍັງມີຢູ່ ຫລາຍແຫ່ງເປັນຕົ້ນ ຢູ່ເຂດຜາປັ່ນ ແຂວງ ຫລວງພຣະບາງ ແລະບາງເຂດຢູ່ ແຂວງວຽງຈັນ ແລະຄາດກັນວ່າ ໃນອະນາຄົດ ອາຈເກີດຂື້ນໃນ ຫລາຍແຂວງທີ່ມີ ບໍ່ແຮ່ທາດ ຕື່ມອີກ ຫາກບໍ່ເອົາ ມາຕການ ເຂັ້ມງວດກວດຂັນ ຢ່າງຈິງຈັງ.
ນອກຈາກນີ້ ລາຍງານຂອງ ກະຊວງ ພະລັງງານ ແລະບໍ່ແຮ່ ເປີດເຜີຍວ່າເຂດ ພູແຮ ໄດ້ຜ່ານການ ສຳຣວດວ່າມີ ແຮ່ຄຳ ໂດຍບໍຣິສັດ ພູເບັ້ຍມາຍນິງ ທີ່ໄດ້ຮັບການ ສັມປະທານ ຈາກທາງການ ແຕ່ກໍໄດ້ໂຈະ ໄວ້ເມື່ອປີ 2008 ຍ້ອນວິກິດການ ເສຖກິດໂລກ ຍ້ອນມີລາຍງານ ດັ່ງນີ້ ຊຶ່ງຈະເພີ້ມ ການລັກຂຸດ ຄົ້ນແຮ່ຄຳ ທີ່ຕລາດ ຕ້ອງການ.