ບໍ່ແຮ່ ທາຕສັງກະສີ ທີ່ເມືອງຫີນບູນ
2009.08.25
ຜແນກພລັງງານ ແລະບໍ່ແຮ່ ແຂວງຄຳມ່ວນ ເປີດເຜີຍວ່າ, ການຂຸດຄົ້ນບໍ່ແຮ່ ທາຕສັງກະສີ ຢູ່ເມືອງຫີນບູນ ຊຶ່ງເປັນການລົງທຶນ ຂອງບໍຣິສັດ ເອກກະຊົນລາວ ແລະ ບໍຣິສັດ ຕ່າງປະເທດ ທີ່ໄດ້ເລີ້ມການຜລິດ ແລ້ວນັ້ນ, ຍັງຈະຕ້ອງໄດ້ ປ່ຽນແປງຣະບົບ ວິຊາການດ້ານ ການຜລິດໃໝ່ອີກ. ເນື່ອງຈາກວ່າໃນ ປັດຈຸບັນນີ້ ຜົນການ ຜລິດຍັງຢູ່ ໃນຣະດັບຕໍ່າ, ດັ່ງເຈົ້າໜ້າທີ່ ໄດ້ອະທິບາຍ ກ່ຽວກັບເຣື້ອງນີ້ວ່າ:
"ບັນຫາເຣື້ອງການຜລິດ ເທັກນິກທາງດ້ານ ການຜລິດຍັງຕໍ່າ ເທກນິກບໍ່ສູງເນາະ ເຣື້ອງການຂຸດຄົ້ນ ຕ້ອງປັບປຸງກັນ ຂື້ນໃໝ່ແຕ່ ລະບໍຣິສັດດີບຸກ ຫັ້ນນ໋າຕ້ອງໄດ້ ປັບປຸງເຣື້ອງ ເຄື່ອງຈັກ."
ທ່ານເວົ້າຕື່ມອີກວ່າ ຍ້ອນເຫດຜົນດັ່ງກ່າວ ຈຶ່ງຍັງບໍ່ສາມາດ ຂາຍແຮ່ ທາດສັງກະສີ ໄດ້ໃນຣາຄາດີ ໂດຍສ່ວນຫລາຍແລ້ວ ຈະຂາຍເປັນແຮ່ ວັດຖຸດິບ 50,60 ຫລື 70ສ່ວນຮ້ອຍ ເປັນຕົ້ນ ເພື່ອປ້ອນໃຫ້ໂຮງງານ ໃນຕ່າງປະເທດ ເຊັ່ນໄທ. ທ່ານຍັງໄດ້ເວົ້າ ອີກວ່າ ໃນການປັບປຸງ ໂຮງງານໃຫ້ມີ ປະສິດທິພາບ ຕ້ອງໄດ້ຄວບຄຸມ ບໍ່ໃຫ້ສົ່ງຜົນ ກະທົບຕໍ່ສິ່ງ ແວດລ້ອມ ໂດຍການສ້ອມແຊມ ເຄື່ອງບຳບັດນ້ຳ ຂອງໂຮງກັ່ນ ຊຶ່ງຄາດວ່າຈະ ແກ້ໄຂໄດ້ໃນ ຣະດູແລ້ງປີໜ້າ.
ນອກຈາກໂຮງງານ ບໍ່ແຮ່ທາຕ ສັງກະສີ ທີ່ກຳລັງຂຍາຍ ໂຕຂື້ນຢູ່ເລື້ອຍໆ, ແລ້ວຕອນນີ້ຍັງມີ ບໍຣິສັດລົງທຶນ ທີ່ສົນໃຈຂໍ ທຳການສຳຣວດ ບໍ່ແຮ່ທາດ ຂີ້ກົ່ວອີກ ດັ່ງທ່ານ ເວົ້າວ່າ:
"ຂີ້ກົ່ວນີ້ມີ ບໍຣິສັດນຶ່ງ ມາຂໍສຳຣວດຢູ່ ບໍຣິສັດລາວເອງ ຂອງລາວເອງ ແຕ່ວ່າຍັງຂໍຢູ່ ດຽວນີ້ກຳລັງ ຊິເລີ້ມຂັ້ນຕອນ ເອກກະສານຢູ່ ຣັຖບານຍັງບໍ່ທັນ ອະນຸມັດ ເປັນ ທາງການ."
ພາຍໃນ5ປີທີ່ ຜ່ານມາ ການລົງທຶນດ້ານ ອຸດສາຫະກັມ ບໍ່ແຮ່ໃນ ສປປລາວ ໄດ້ຮັບຄວາມສົນໃຈ ຈາກນັກທົງທຶນ ຕ່າງປະເທດຢ່າງ ຫລວງຫລາຍ ເຮັດໃຫ້ເສຖກິດ ໃນລາວຂຍາຍໂຕ ຢ່າງວ່ອງໄວ.