ໂຄງການອະນຸຮັກ ເສືອໂຄ່ງ ຢູ່ພາກເໜືອຂອງລາວ

ໂຄງການອະນຸຮັກເສືອໂຄ່ງຢູ່ທາງ ພາກເໜືອຂອງລາວ ເນື່ອງຈາກວ່າເສືອໂຄ່ງ ມີຈໍານວນໜ້ອຍລົງ ແລະໄກ້ຈະສູນພັນແລ້ວ.
ມະນີຈັນ
2009.01.16

ຢູ່ລາວມີໂຄງການ ອະນຸຮັກສັດປ່າ ອະນຸຮັກເສືອໂຄ່ງ ໃນທາງພາກເໜືອຂອງລາວ  ເນື່ອງຈາກວ່າເສືອໂຄ່ງມີ ຈໍານວນໜ້ອຍລົງຢ່າງ ໄວວາຍ້ອນຊາວ ບ້ານນິຍົມກັນລ່າເສືອໂຄ່ງມາເປັນອາຫານ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຈາກກອງອະນຸຮັກ ສັດປ່າໃນນະ ຄອນ ຫລວງວຽງຈັນທ່ານກ່າວວ່າ ເສືອໂຄງໄກ້ຈະສູນພັນ ມັນມີໂຄງການອະນຸຮັກ ເສືອໂຄ່ງທາງພາກເໜືອ ຂອງລາວ ແຂວງຫົວພັນ ຢູ່ປ່່າສຫງວນແຫ່ງຊາດ ປະມານຕໍ່າສຸດ7ຕົວ ສູງສຸດປະມານ 20-21ຕົວ  ມີແຕ່ປ່າສຫງວນແຫ່ງດຽວ.ໂຄງການອະນຸຮັກ ເສືອໂຄ່ງໃນເຂດພາກ ເໜືອຂອງລາວເປັນ ໂຄງການເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈແກ່ ຊາວບ້ານໃນການ ອະນຸຮັກເພື່ອໃຫ້ເສືອ ໂຄ່ງມີຢູ່ໃນລາວຕໍ່ໄປ.   ພ້ອມກັນນັ້ນ ກໍໂຄສະນາ ເລື່ອງການພິທັກຮັກສາ ສັດປ່າທີ່ຫາຍາກອຶ່ນໆ ຊຶ່ງຊາວບ້ານນິ ຍົມກັນລ່າເພື່ອເປັນ ອາຫານແລະຂາຍນໍາອີກ ທີ່ຜ່ານມາອົງການ ອະນຸຮັກສັດປ່າໄດ້ຕິດ ຕາມສັງເກດເບີ່ງ ຜົນທີ່ໄດ້ຮັບຈາກການ ໂຄສນາໃຫ້ຄວາມ ຮູ້ແກ່ຊາວບ້ານເພື່ອໃຫ້ເຊົາລ່າສັດໃນເຂດປ່າສຫງວນ ຊຶ່ງຜົນໄດ້ຮັບກໍ ເປັນທີ່ພໍໃຈ ທ່ານກ່າວກ່ຽວກັບເລື່ອງນີ້ວ່າ ປັຈຸບັນນີ້ປາກົດວ່າ ສັດປ່າຢູ່ປ່າສຫງວນ ປາກົດເຫັນຫລາຍກວ່າເກົ່າ ເນື່ອງຈາກວ່າເຮົາມີເຂດຫວງຫ້າມເດັດຂາດ ແລະເຂດໃຫ້ຊາວບ້ານ ນໍາໄຊ້ເພື່ອອະນຸຮັກ ເສືອໂຄ່ງແລະສັດປ່າອຶ່ນໆແລະປາກົດວ່າ ເຮັດມາ2-3ປີ ເຫັນຫລາຍໃນປ່າ ສຫງວນປັຈຸບັນນີ້ ແລະວ່າຈໍານວນເສືອ ໂຄ່ງທີ່ມີເປັນສີ່ງທີ່ບົ່ງ ບອກເຖິງຄວາມເປັນ ໄປໄດ້ທີ່ຈະມີສັດ ປ່າຕ່າງໆຖ້າຫາກ ມີການອະນຸຮັກເສືອ ໂຄ່ງໄດ້ດີເສືອໂຄ່ງ ກໍຈະມີຈໍານວນເພິ່ມຂຶ້ນ  ແລະສັດປ່າຊນິດອຶ່ນໆ ກໍຈະມີການອະນຸຮັກ ໄດ້ດີເຊັ່ນກັນ ທ່ານກ່າວມ້ວນທ້າຍ ວ່າຂະນະນີ້ສັດປ່າ ມີເພີ່ມຂຶ້ນກວ່າເດີມ  ແລະຊາວບ້ານກໍໃຫ້ຄວາມ ຮ່ວມມືເປັນຢ່າງດີອີກດ້ວຍ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.