ບຶງທາຕຫລວງຍັງຫວ້າງ ສໍາລັບຈັບຈອງ
2009.10.28
ພາຍຫລັງ ສປຈີນ ໄດ້ຕົກລົງໃຫ້ທຶນ ກາຣຊ່ວຍເຫລືອ ແກ່ລາວ ດ້ວຍກາຣສ້າງ ສນາມກິລາແຫ່ງຊາຕ ຂຶ້ນຢູ່ແຫ່ງໃໝ່ ເພື່ອໃຊ້ສຳຫລັບ ກາຣແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ່ 25 ຊຶ່ງກໍສ້າງສຳເຣັຈ ໄປແລ້ວນັ້ນ.
ທາງກາຣ ສປປລາວ ກໍອະນຸຍາຕ ໃຫ້ຈີນສັມປະທານ ເຂຕພື້ນທີ່ ບໍຣິເວນ ບຶງທາຕຫລວງ ເປັນເວລາບໍ່ຕໍ່າ ກວ່າ50ປີ ເພື່ອເປັນກາຣ ຕອບແທນ ແຕ່ປັຈຈຸບັນນີ້ ປາກົດວ່າ ຍັງມີເນື້ອທີ່ຫວ້າງ ຈຳນວນ ຫລາຍຮ້ອຍເຮັກຕ໊າຣ໌ ໃຫ້ແກ່ຜູ້ສົນໃຈ ຕິດຕໍ່ເຂົ້າມາ ດຳເນີນທຸຣະກິຈ ຫລືພັກພາອາສັຍໄດ້.
ເຈົ້າໜ້າທີ່ກ່ຽວຂ້ອງວ່າ ເຂຕບຶງທາຕຫລວງ ດັ່ງກ່າວ ມີພື້ນທີ່ທັງໝົດ ປະມານ 1,000 ເຮັກຕ໊າຣ໌ ໂດຽມີຜູ້ເຂົ້າ ມາຈັບຈອງລົງທຶນ ໄປແລ້ວເຄິ່ງໜຶ່ງ ແລະ ກໍມີຜູ້ສົນໃຈ ຕິດຕໍ່ເຂົ້າມາເລື້ອຍໆ ເຊັ່ນ: ຄົນໄທຽ ເຊື້ອສາຍຈີນ ຄົນລາວເຊື້ອສາຍຈີນ ແລະ ຄົນລາວ ທີ່ອາສັຍຢູ່ ຕ່າງປະເທສ:
“ເຮັດຕົວຈິງ ຈະເຮັດຢູ່ໃນ ທ້າຍປີນີ້ແຫລະ ຈະໄດ້ລົງມື ພື້ນທີ່ຈະໄດ້ ພ້ອມກັນລົງມື ພັທນາໂຄງກາຣ ຢູ່ໃນທ້າຍປີນີ້ ພື້ນທີ່ຍັງເຫລືອ ໃນກາຣພັທນາ ຢູ່ກໍມີ ມີຫລາຍຢູ່ ມັນກໍຕ້ອງ ມາເບິ່ງນຳກັນວ່າ ມີຄົນຈີນ ໃນເມືອງໄທຽ ສົນໃຈຈະເຮັດ ອີຫຍັງຫັ້ນນ໋າ ກໍມາເບິ່ງນຳກັນຕີ໊.”
ສຳຫລັບກໍຣະນີ ທີ່ເກີດມີບັນຫາ ທີ່ປະຊາຊົນ ບໍ່ຢາກໂຍກຍ້າຍ ອອກຈາກເຂຕພື້ນທີ່ ເກົ່າຂອງເຂົາເຈົ້ານັ້ນ ທ່ານກໍວ່າທາງ ກາຣລາວ ມີວິທີທາງແກ້ໄຂ ໂດຽຈະບໍ່ສ້າງ ຜົລກະທົບ ຕໍ່ຜູ້ລົງທຶນ ແຕ່ປະກາຣໃດ.
ຢ່າງໃດກໍຕາມ ໃນທ້າຍປີ 2008 ຜ່ານມາ ທາງນາຍົກ ຣັຖມົນຕຣີລາວ ກໍໃຫ້ກາຣແຖລງ ວ່າ ຖ້າປະຊາຊົນ ຫາກມີຫລັກຖານເຊັ່ນ: ໃບອະນຸຍາຕ ໃບຕຣາດິນ ໃບນຳໃຊ້ ທີ່ດິນຕ່າງໆ ມາຢືນຢັນເປັນ ກັມສິທນັ້ນ ທາງກາຣລາວ ກໍຈະມີກາຣ ພິຈາຣະນາ ໃຫ້ຄ່າຊົດເຊີຽ ຕາມອັຕຣາ ສ່ວນທີ່ຕ້ອງ ປະຕິບັຕຕາມ ຣະບຽບ ຂອງຣັຖບາລ ຢ່າງໂປ່ງໃສ.