ແຜນການພັທນາ ບຶງທາດຫລວງຖືກຍົກເລີກ
2010.07.21

ຣັຖບານສປປລາວ ຍົກເລີກແຜນການ ທີ່ຈະອະນຸຍາດໃຫ້ ທີ່ດິນ ຢູ່ບຶງທາດຫລວງ ແກ່ບໍຣິສັດ ຂອງປະເທດຈີນ ເພື່ອພັທນາ ເປັນເຂດເມືອງໃໝ່ ຍ້ອນວ່າ ຈະຕ້ອງໄດ້ໃຊ້ຈ່າຍ ຄ່າທົດແທນທີ່ດິນ ເປັນຈຳນວນຫລວງຫລາຍ ຄືຫລາຍກວ່າ 100 ລ້ານໂດລາ ສະຫະຣັດ ແລະກັງວົນ ນຳຄວາມເສັຍຫາຍຂອງ ສິ່ງແວດລ້ອມ ແລະຜົນກະທົບ ທາງດ້ານວັທນະທັມ. ຕາມລາຍງານຂອງ ໜັງສືພິມ Vientiane Times ໃນວັນທີ 21 ກໍຣະກະດາ ທີ່ອີງໃສ່ຄຳເວົ້າ ຂອງເຈົ້າໜ້າທີ່ ທາງການລາວ.
ເຈົ້າໜ້າທີ່ວ່າ ຈະເອົາພື້ນທີ່ປະມານ 1,000 ເຮັກຕາ ທີ່ຢູ່ໃກ້ກັບ ສນາມກິລາແຫ່ງຊາດ ຫລັກກິໂລແມັດທີ 16 ນັ້ນ ເປັນສະຖານທີ່ ສຳລັບໂຄງການ ສ້າງເມືອງໃໝ່ ໃຫ້ແກ່ບໍຣິສັດ ພັທນາຂອງຈີນ. ເຂດດັ່ງກ່າວ ມີປະຊາຊົນ ຢູ່ບໍ່ຫລາຍ ແລະເປັນເຂດ ທີ່ບໍ່ມີມໍຣະດົກ ອັນມີຄ່າ.
ທ່ານ ສົມພອນ ຂຸນວິລົມ ຮອງຫົວໜ້າ ໂຄງການພັທນາ ນະຄອນຫລວງວຽງຈັນ ຢືນຢັນເຖິງ ຄຳຕົກລົງຂອງຣັຖບານ ທີ່ວ່ານັ້ນ ເມື່ອວັນທີ 20 ກໍຣະກະດາ. ທ່ານວ່າ ເມືອງໃໝ່ ແມ່ນຢູ່ຫລັກ 16 ທີ່ຈະສ້າງບ້ານເຮືອນ ຕຶກອາຄານ ສຳລັບການຄ້າ ແລະ ອຸດສາຫະກັມ.
ອົງການອາຫານໂລກ ສນັບສນູນ ໃຫ້ປົກປັກຮັກສາ ບຶງທາດຫລວງເອົາໄວ້ ເພາະວ່າ ມັນມີຄວາມສຳຄັນ ທັງ 2 ຢ່າງ ທັງສິ່ງແວດລ້ອມ ແລະທັງເປັນແຫລ່ງ ອາຫານ ສຳລັບປະຊາຊົນ ໃນທ້ອງຖິ່ນນັ້ນ.