ການຂຸດຄົ້ນໄມ້ ຊໍ້າຊ້ອນ ໃນແຂວງ ເຊກອງ

ການຂຸດຄົ້ນໄມ້ ຊໍ້າຊ້ອນ ໃນແຂວງເຊກອງ ເຣັດໃຫ້ມີໄມ້ທ່ອນເຫລືອ ແລະບໍ່ສາມາດນໍາໄປ ຜລິດເປັນສິນຄ້າ ໄດ້ເທື່ອ.
ສົມເນ
2009.08.26

ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າແຂວງເຊກອງ ເປີດເຜີຽວ່າ, ປັດຈຸບັນຍັງມີ ໄມ້ທ່ອນຈໍານວນນຶ່ງ ຊຶ່ງເປັນໄມ້  ທີ່ຂຸດຄົ້ນຕາມ "ໂຄຕາ" ທີ່ຣັຖບານ ອະນຸມັດໃຫ້ຄ້າງຢູ່ ທີ່ສນາມ2, ຍ້ອນວ່າມີການ ຕັດຊໍ້າຊ້ອນກັນ. ເທົ່າປານນີ້ກໍຍັງ ບໍ່ສາມາດນໍາອອກຂາຍ ເພື່ອຜລິດເປັນ ສິນຄ້າໄດ້, ແລະຍັງບໍ່ມີຜູ້ໃດ ສົນໃຈຊື້, ເຮັດໃຫ້ເສັຽໂອກາດ ໃນການສ້າງລາຍໄດ້.

"ດຽວນີ້ມີໄມ້ ທີ່ບໍ່ທັນໄດ້ ຊື້ຂາຍກໍມີຫລາຍ ໝາຍວ່າໄມ້ໂຄຕາ ຫັ້ນແຫລະ, ຈາກການຂຸດຄົ້ນໄມ້ ຜແນກກະສິກັມ ປ່າໄມ້ ໄມ້ອະນຸຍາດ ຈາກຣັຖບານ
ຖືວ່າລໍຖ້າການຂາຍ ແຕ່ວ່າມັນບໍ່ມີຕລາດ, ບໍ່ມີຜູ້ມາຊື້ ໝາຍວ່າເຮັດໃຫ້ ຜູ້ຂຸດຄົ້ນສົ່ງໄມ້ ຂື້ນມາຊື່ໆ."

ທ່ານວ່າໃນປີ2009 ແຂວງເຊກອງໄດ້ຮັບ ໂຄຕາຂຸດຄົ້ນໄມ້ ປະມານ20,000 m3 ເພື່ອປ້ອນໃຫ້ໂຮງງານ ຜລິດເປັນສິນຄ້າ ຈໍານວນ32ໂຮງງານ ໃນນັ້ນມີໂຮງງານ ຂນາດໃຫ່ຽ5ແຫ່ງ, 3ແຫ່ງເປັນຂອງ ເອກກະຊົນວຽດນາມ ຊຶ່ງມີຄວາມສາມາດ ຮັບໄມ້ທ່ອນຈໍານວນ ຫລາຍເພື່ອມາຜລິດ ເປັນສິນຄ້າ.

ສ່ວນໂຮງງານອື່ນໆ ກໍເປັນໂຮງງານ ຂະໜາດກາງ ແລະຂະໜາດນ້ອຍ ຊຶ່ງເອກກະຊົນ ລາວເປັນເຈົ້າຂອງ, ແຕ່ໃນຂນະດຽວ ກັນນັ້ນ ໂຮງງານໄມ້ ຈໍານວນນຶ່ງກໍມີ ຫນ່ວຍຂຸດຄົ້ນ ແລະຕລາດຂອງ ຕົນເອງ, ຈື່ງເຮັດໃຫ້ມີ ການຕັດໄມ້ຊໍ້າຊ້ອນ:

"ແລະຜູ້ມີຕລາດ ເຂົາກໍມີໂຮງງານ ຂອງເຂົາເອງ ມີກອງຂຸດຄົ້ນ ຂອງເຂົາເຈົ້າເອງ ກໍຖືວ່າສໍາເຣັດໄປ, ຖ້າເຈົ້າບໍ່ມີ ເຈົ້າມີໂຮງງານ ກໍຖືວ່າໃຫ້ຜູ້ອື່ນ ຂຸດຄົ້ນໃຫ້ ມັນມີຫນ່ວຍງານ ຂຸດຄົ້ນເດ."

ເຫດຜົນນຶ່ງອີກ ທີ່ເຮັດໃຫ້ມີການຂຸດຄົ້ນ ໄມ້ຊໍ້າຊ້ອນກັນ, ຍ້ອນວ່າ ການແຈກຈ່າຍໄມ້ ໃຫ້ແຕ່ລະໂຮງງານ ບໍ່ມີປະສິດທິພາບ. ນອກນັ້ນ ນັກທຸຣະກີດ ພາຍໃນປະເທດ ຍັງບໍ່ສາມາດ ຈັດຕັ້ງປະຕິບັດ ນະໂຍບາຍຂອງ ກະຊວງອຸດສາຫະກັມ ແລະ ການຄ້າຢ່າງຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.