ຊັພໃນດິນສິນໃນນໍ້າ ຈະຊ່ວຍໃຫ້ພົ້ນທຸກ

ສປປລາວ ນໍາໃຊ້ ຊັພຍາກອນ ທັມມະຊາດ ດຶງດູດ ການລົງທຶນ ເພື່ອຫລຸດພົ້ນ ຈາກຄວາມທຸກຍາກ.

0:00 / 0:00

ກົດຟັງສຽງ

ຕາມ ປົກກະຕິແລ້ວ ສປປລາວ ເປັນປະເທດ ທີ່ຢູ່ໂດດດ່ຽວ ທີ່ສຸດ ປະເທດນຶ່ງ ໃນພູມີພາກ ເອເຊັຍ ຕາເວັນອອກ ສ່ຽງໃຕ້. ມາບາດນີ້ ລາວເປີດໂຕ ເພື່ອເປັນສູນກາງ ທຸຣະກິດ.

ຣັຖບານ ສປປລາວ ໄດ້ສົ່ງເສີມໃຫ້ ໃຊ້ຊັພຍາກອນ ທັມມະຊາດ ທີ່ເປັນ ມໍຣະດົກ ອັນອຸດົມສົມບູນ ເຊັ່ນປ່າໄມ້, ແຮ່ທາດແລະ ສາຍນ້ຳລຳທານ ເພື່ອຫັນປ່ຽນ “ດິນດອນ ຕອນຫຍ້າມາເປັນ ທຶນຮອນ” ແລະເຮັດໃຫ້ ປະເທດຊາດ ຫລຸດພົ້ນຈາກ ພາວະ ຄວາມທຸກຍາກ. ລາວສເນີ ໂຕເປັນ “ໝໍ້ໄຟ ແລະ ສວນອຸທຍານ ຂອງເອເຊັຍ”. ຍ້ອນເຫດນີ້ ຈີນ ວຽດນາມ ແລະໄທ ຈຶ່ງພາກັນເຂົ້າ ມາລົງທຶນ ມີມູນຄ່າຫລາຍ ກວ່າ 10 ຕື້ ໂດລາ ສະຫະຣັຖ ນັບແຕ່ປີ 2000 ເປັນຕົ້ນມາ.

ເຖິງຢ່າງໃດ ກໍຕາມ, ລາຍງານຂອງ ອົງການ TVE’s ກ່ຽວກັບສະພາບ ສິ່ງແວດລ້ອມ ຂອງໂລກ ທີ່ເປີດເຜີຍໃນ ລາຍການກະຈາຍສຽງ ຂອງແຫລ່ງຂ່າວ BBC ຂ່າວຮອບໂລກ ໃນມື້ວັນທີ 3 ແລະ 4 ເດືອນ ກໍຣະກະດາ 2010 ຜ່ານມາວ່າ ສປປລາວ ເປັນປະເທດ ທີ່ມີ ຊີວະນາໆພັນ ທີ່ອຸດົມສົມບູນ ທີ່ສຸດ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້ ຊຶ່ງມີສັດ ທີ່ລ້ຽງລູກ ດ້ວຍນ້ຳນົມ ຈຳນວນຫລາຍທີ່ສຸດ ແລະມີປ່າໄມ້ ທີ່ອຸດົມສົມບູນ ຫລາຍພືດພັນກວ່າ 50 ສ່ວນຮ້ອຍ ຂອງໂລກ.

ຄຳຖາມ ກໍມີຢູ່ວ່າ ຣັຖບານ ຈະສາມາດໄປເຖິງ ຈຸດໝາຍປາຍທາງ ໂດຍການຫັນປ່ຽນ ປະເທດທີ່ຢູ່ ໃນສະພາບ ດ້ອຍພັທນາທີ່ສຸດ ຜ່ານການລົງທຶນ ໂດຍກົງຈາກ ຕ່າງ ປະເທດ ພາຍໃນປີ 2020 ໄດ້ຫລືບໍ່ ໂດຍໃນຂນະດຽວກັນ ກໍຮັກສາ ສະພາບຄວາມ ອຸດົມສົມບູນ ຮັ່ງມີທາງດ້ານ ນິເວດວິທຍາ ແລະສັງຄົມທີ່ ຫລາກຫລາຍນີ້ໄວ້.

ຄຳຖາມທັງໝົດ ນີ້ຈະມີຄຳຕອບ ທີ່ຖືກຕ້ອງ ພຽງພໍຫລືບໍ່ ຕ້ອງໄດ້ລໍຖ້າ ຜົນຂອງການ ປະຊຸມສົນທະນາ ປຶກສາຫາລື ຂອງອົງການ TVE’s Earth Report ທີ່ຈະຈັດຂຶ້ນ ຢູ່ສະມາຄົມ ຜູ້ສື່ຂ່າວແຫ່ງ ປະເທດໄທ ຢູ່ບາງກອກ ໃນມື້ວັນ ອັງຄານ ທີ 5 ຕຸລາ 2010 ທີ່ຈະມາເຖິງນີ້.