ບໍ່ນໍ້າມັນທີ່ສາຣະວັນ ໃກ້ຈະຮູ້ຜົນແລ້ວ

ໂຄງການຂຸດເຈາະ ນໍ້າມັນແລະແກສ ທັມມະຊາດ ແຂວງສາຣະວັນ ໃກ້ຮູ້ຜົລເປັນ ຄັ້ງທໍາອິດແລ້ວ.
ມະນີຈັນ
2010.04.19

ໂຄງການສໍາຣວດ ຂຸດຄົ້ນບໍ່ ນໍ້າມັນດິບແລະ ແກສທັມມະຊາດ ຂອງບໍຣິສັດ Salamander ຈາກປະເທດ ອັງກິດ ຈະຮູ້ຄວາມຈິງ ໃນໄວໆນີ້ວ່າ ພື້ນທີ່ ໃນແຂວງ ສາຣາວັນ ຈະມີແກສ ທັມມະຊາດ ແລະນໍ້າມັນດິບ ໃນປາຣິມານ ໜ້ອຍ-ຫລາຍເທົ່າໃດ ຫລັງຈາກເລີ່ມເຈາະ ຄັ້ງທໍາອິດ ໃນຊ່ວງເດືອນ ກຸມພາ  ແລະກໍາລັງ ຈະສໍາເຣັດ ການເຈາະຄັ້ງ ທໍາອິດ ໃນທ້າຍເດືອນນີ້. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການພລັງງານ ແລະບໍ່ແຮ່ ແຂວງສາລະວັນ:

"ຄືເຂົາເຈົ້າ ໄດ້ຂຸດມາປະມານ 3 ພັນແມັຕແລ້ວ ຄວາມເລິກໄດ້ 3 ພັນແມັຕແລ້ວ ຕາມບໍຣິສັດ ເຂົາເຈົ້າ ຈະເຈາະກະຢູ່ໃນ ຣະດັບ 3800 ແມັຕນີ້ ເລີ່ມວັນທີ 22 ເດືອນທີ 2 ນີ້ແຫລະ".

ໂຄງການດັ່ງກ່າວ ໄດ້ເລີ້ມຢູ່ເຂດ ບ້ານນາພຣະບາງໃຫຍ່ ເມືອງລະຄອນເພັງ ແຂວງສາຣະວັນ ໂດຍທາງບໍຣິສັດ ໄດ້ຮັບສັມປະທານ ຈາກຣັຖບານລາວ ເປັນເວລາ 7 ປີ. ຫລັງຈາກການ ຂຸດເຈາະ ຫາກພົບປະຣິມານ ນໍ້າມັນ ແລະແກສທັມມະຊາດ ຫລາຍພຽງພໍ ຈະໄດ້ຮັບ ສັມປະທານ ຈາກຣັຖບານ ເພີ່ມຕື່ມອີກ 30 ປີ. ທ່ານກ່າວຕໍ່ ໄປວ່າ ຫລັງຈາກການຂຸດເຈາະ ຄັ້ງນີ້ສໍາເຣັດ ທາງໂຄງການ ກໍຈະຣາຍງານ ປະຣິມານທາດ ທີ່ພົບ ແລະຫລັງຈາກນັ້ນ ກໍຈະວາງແຜນ ເພື່ອຂຸດເຈາະ ໃນບໍຣິເວນອື່ນ ຕໍ່ໄປ:

"ເທື່ອນີ້ ເປັນການເຈາະສໍາຣວດ ຫລັງຈາກທີ່ໄດ້ ຂໍ້ມູນແລ້ວ ຈະເຮັດວຽກງານ ສໍາຣວດຕື່ມອີກ ຈັ່ງຊິເຈາະ ຕື່ມອີກ ເຈາະວ່າເປັນໂຄງສ້າງ ວ່າຈະນໍ້າມັນ ຫລາຍບໍ່ ຫລືມີນ້ອຍ ເພິ່ນຈະວາງເຮັດອີກ ງານ 3D ສໍາຣວດ3D ຕື່ມອີກ ເພື່ອວາງຂຸມເຈາະ ທີ່ແນ່ນອນ".

ບໍຣິສັດ ນໍ້າມັນຈາກອັງກິດ Salamander Energy Group ໄດ້ເຂົ້າມາ ດໍາເນີນການສໍາຣວດ ບໍ່ນໍ້າມັນດິບ ແລະ ແກສທັມມະຊາດ ໃນສປປລາວ ແຕ່ປີ 2008  ຊຶ່ງ ນອກຈາກທີ່ ແຂວງສາຣະວັນ ແລ້ວ ຍັງມີແຜນການ ທີ່ຈະດໍາເນີນ ໂຄງການ ໃນເຂດເມືອງພີນ ແຂວງສວັນນະເຂດ ອີກດ້ວຍ. ໃນນັ້ນ ຕ່າງກໍຄາດຫວັງວ່າ ສປປລາວ  ຈະມີໂອກາດ ນໍາໃຊ້ນໍ້າມັນ ແລະແກສທັມມະຊາດ ທີ່ຜລິດດ້ວຍຕົນເອງ ຊຶ່ງຈະເຮັດໃຫ້ ມີຣາຄາຖືກລົງ ແລະຍັງອາຈຈະຊ່ວຍ ຫລຸດຜ່ອນສະພາບ ການຂາດດູນ ການ ຄ້າຣະຫວ່າງປະເທດ ເພື່ອນບ້ານໄດ້ ອີກດ້ວຍ. ທີ່ຜ່ານມາ ສປປລາວ ຕ້ອງນໍາເຂົ້ານໍ້າມັນ ເພື່ອໃຊ້ພາຍໃນ ປະເທດ ຮ້ອຍສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.