ການຕັດໄມ້ທໍາລາຍປ່າ ທີ່ແຂວງສາຣະວັນ

ເຈົ້າໜ້າທີ່ ຜແນກປ່າໄມ້ ແຂວງສາຣະວັນ ເປີດເຜີຽວ່າ ຍັງມີກາຣ ລັກລອບ ຕັດໄມ້ທໍາລາຍປ່າ ຢ່າງຫລວງຫລາຍ.
ຫວາດ ສີມູນ
2010.05.21
F-Forest ປ່າດົງພົງໄພ ໃນພາກໃຕ້ຂອງລາວ ທີ່ອຸດົມສົມບູນ ກໍາລັງຈະສູນໄປ ດ້ວຍການຕັດໄມ້ທໍາລາຍປ່າ
RFA

ເຈົ້າໜ້າທີ່ຜແນກ ປ່າໄມ້ ແຂວງສາຣະວັນ ເຜີຍວ່າ ເຂຕພື້ນທີ່ປ່າ ຈຳນວນໜຶ່ງຍັງ ຖືກບຸກຣຸກ ແລະ ມີກາຣລັກລອບ ຕັດໄມ້ທຳລາຍປ່າ ມາຈົນເທົ່າ ປັຈຈຸບັນນີ້ ແລະ ກໍເປັນບັນຫາ ທີ່ຈະແກ້ໄຂ ໄດ້ຍາກ:

“ກໍຄືວ່າໃນ ພື້ນທີ່ນີ້ ປະຊາຊົນມັນ ກໍຕ້ອງກາຣເນື້ອທີ່ ເຮັດໄຮ່ທຳນາ ເຮັດກະເສຕ ອີຫຍັງຕ່າງໆນີ້ນ໋າ ສະພາບປ່າເຮົາ ກໍໄດ້ບຸກຣຸກ ອັນທີ່ສອງມາ ກໍແບບວ່າ ລັກລອບ ຕັດໄມ້ທີ່ວ່າ ມີຣາຄາ ເຂົາກໍບາງເທື່ອ ບັນດາຕົວເມືອງ ທີ່ວ່າເຂົາຈະເຣີນ ເຂົາກໍຕ້ອງກາຣ ໄມ້ທີ່ມີຄຸນຄ່າສູງ (ຈັງ) ຊີ໋ນ໋າ”.

ພ້ອມດຽວກັນນີ້ ທ່ານກໍວ່າ ກາຣບຸກຣຸກພື້ນທີ່ ປ່າຂອງ ປະຊາຊົນ ອາຈເປັນເພາະວ່າ ໃນປັຈຈຸບັນນີ້ ຈຳນວນ ປະຊາກອນ ກໍມີເພີ່ມຫລາຍຂຶ້ນ ແລະ ຄວາມຕ້ອງກາຣ ກໍເພີ່ມຂຶ້ນເຊັ່ນກັນ ໂດຽສະເພາະພື້ນທີ່ໆ ຈະສາມາດດຳເນີນ ກາຣຜລີຕໄດ້ ຢູ່ຕາມເຂຕແຄມ ແມ່ນ້ຳ ຊຶ່ງບາງແຫ່ງ ກໍເປັນເຂຕປ່າສງວນ ທີ່ຫວງຫ້າມຂອງຣັຖ ຫລືເປັນເຂຕປ່າສງວນ ທີ່ມີຈຳນວນ ຫລຸດຫນ້ອຍລົງ ເລື້ອຽໆ.

ສະເພາະດ້ານກາຣ ລັກລອບຕັດໄມ້ ຫລືກາຣຕັດໄມ້ ເກີນກຳໜົດໂຄ໊ຕ໊າ ນັ້ນ ໃນເມື່ອຈັບຜູ້ ຕ້ອງຫາໄດ້ ກໍຈັດສົ່ງໃຫ້ ທາງກາຣກ່ຽວຂ້ອງ ດຳເນີນຄະດີ ປັບໃໝໄປຕາມ ຂັ້ນຕອນຂອງ ກົດໝາຍ ດັ່ງທີ່ທ່ານໄດ້ ກ່າວວ່າ:

“ເຮົາມີແຜນ ຈັດສັນແລ້ວ ກໍມີແຜນອະນຸມັຕ ໂຄ໊ຕ໊າ ກາຣຂຸດຄົ້ນຈາກ ຣັຖຈັງຊີ້ນ໋າ ແຕ່ມັນກໍມີ ສ່ວນເກີນແບບວ່າ ພາຍຫລັງທີ່ວ່າ ເຮົາຕັດ ເຮົາກວດກາ ເຮົາວັດແທກ ຂຶ້ນມາແລ້ວມັນ ເກີນບັນຊີແບບນີ້ ເຈົ້າໜ້າທີ່ເຣົາ ກໍໄດ້ສະກັດກັ້ນ ເຮົາກໍໄດ້ກັກ ຍຶດໝັ້ນແຫລະນ໋ະ”.

ໃນຂະນະດຽວກັນ ເຈົ້າໜ້າທີ່ລາວ ທ່ານນີ້ ກໍໃຫ້ທັສນະ ເພີ່ມວ່າ ບັນຫາກ່ຽວກັບ ເຣື່ອງປະຊາຊົນ ເຂົ້າໄປຖາກຖາງປ່າ ເພື່ອທຳມາຫາກິນ ນັ້ນ ທາງຣັຖບາລ ກໍວ່າຈະມີ ກາຣຈັດສັນພື້ນ ທີ່ດິນໃໝ່ ໃຫ້ແຈ່ມແຈ້ງ ກວ່າເກົ່າ ເຊັ່ນວ່າ ພື້ນທີ່ໃດທີ່ເປັນ ເຂຕປ່າອະນຸຮັກ ແລະພື້ນທີ່ໃດ ສຳລັບໃຊ້ເປັນ ບ່ອນຢູ່ອາສັຍ ຂອງປະຊາຊົນ ຫລືເຂຕໃດ ສຳຫລັບໄວ້ໃຊ້ ໃນໂຄງກາຣພັທນາ ຕ່າງໆນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.