ບໍຣິສັດອັງກິດ ຈະເລີ້ມເຈາະນໍ້າມັນ ໃນລາວ
2010.02.16
ບໍຣິສັດ ຊາລາແມນເດີ ເປັນນຶ່ງ ໃນຈຳນວນ ບໍຣິສັດ ຍັກໃຫຍ່ ໃນການຂຸດຄົ້ນ ນ້ຳມັນ ໃນອັງກິດ ອອກຖແລງການ ໃນມື້ນີ້ວ່າ ພວກຕົນ ຈະເລີ້ມລົງມື ເຈາະບໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ທີ່ແຂວງ ສວັນນະເຂດ ຂອງລາວ ຄາດວ່າ ຈະມີແຫລ່ງ ນ້ຳມັນ ແລະ ແກ໊ສ ທັມມະຊາດ ໃນທີ່ນັ້ນ.
ກຸ່ມດ່ັງກ່າວ ໄດ້ເລື່ອນເວລາ ໃນການເຈາະ ນ້ຳມັນ ໃນບໍຣິເວນ ຊາຍຝັ່ງທະເລ ຂອງໄທ ອອກໄປກອ່ນ ໃນເວລານີ້ ຍ້ອນຈາກການ ສຳຣວດພົບວ່າ ອາດຈະບໍ່ມີ ນ້ຳມັນ ຫລາຍ ໃນທີ່ນັ້ນ. ບໍ່ນ້ຳມັນ ທີ່ບ້ານບາງນວນ ທີ່ແຂວງ ສວັນນະເຂດ ເປັນບໍ່ທຳອິດ ທີ່ບໍຣິສັດ ດ່ັງກ່າວ ຈະເລີ້ມລົງມືເຈາະ ໃນສອງ-ສາມມື້ ຂ້າງຫນ້ານີ້. ອິງຕາມ ຖແລງ ການຈາກສູນກາງ ຂອງບໍຣິສັດ ທີ່ກຸງລອນດອນ ໃນມື້ນີ້.
ບໍຣິສັດ ຊາລາແມນເດີ ມີຫຸ້ນສ່ວນ 30% ໃນແຫລ່ງນ້ຳມັນ ໃນແຂວງ ສວັນນະເຂດ ແລະອີກ 30% ແມ່ນຂອງ ບໍຣິສັດ Origin Energy ຂອງອັງກິດ ທີ່ຖືຫຸ້ນກ່ອນ ຫນ້ານີ້ ສ່ວນເຫລືອ ອາດແມ່ນຂອງ ຣັຖບານລາວ. ບໍຣິສັດ ອັງກິດ ໄດ້ສຳຣວດ ນ້ຳມັນ ແລະ ແກ໊ສ ທັມມະຊາດ ໃນ 5 ພື້ນທີ່ໃນ ໄທແລະລາວ ນຶ່ງໃນນັ້ນ ກໍ່ແມ່ນທີ່ ແຂວງສາຣະວັນ ຄາດວ່າ ຈະມີການເຈາະ ໃນໂອກາດ ອັນໃກ້ໆນີ້ ເຊັ່ນກັນ.
ຖ້າພົບວ່າ ມີປາຣິມານ ນ້ຳມັນສະສົມ ເປັນຈຳນວນ ຫລວງຫລາຍ ໃນສອງເຂດ ດັ່ງກ່າວ ສປປລາວ ກໍ່ຈະສາມາດ ຫລຸດຜ່ອນ ການນຳເຂົ້າ ນ້ຳມັນ ພາຍໃນປະເທດ ໄດ້ຢ່າງໃຫຍ່ຫລວງ ຊຶ່ງໃນ ແຕ່ລະປີ ຣັຖບານ ຈ່າຍຄ່າການ ນຳເຂົ້ານ້ຳມັນ ເຖີງ 600 ລ້ານໂດລາ ສະຫະຣັຖ.