ຕົ້ນຢາງ ພາລາ

ການບຸກເບີກ ປູກຢາງ ພາລາ ຢູ່ແຂວງ ຫລວງພຣະບາງ ຫລຸດພື້ນທີ່ ປ່າໄມ້ລົງ 2 ສ່ວນຮ້ອຍ
ໂພໄຊສວັດ
2009.04.10

ການອະນຸມັດ ໃຫ້ສັມປະທານ ພື້ນທີ່ດິນເພື່ອ ບຸກເບີກ ເຮັດອຸດສາຫະກັມ ຕ່າງໆໃນແຂວງ ຫລວງພຣະບາງ ເຮັດໃຫ້ພື້ນທີ່ ປ່າໄມ້ຫລຸດລົງ ຈາກແຕ່ກ່ອນ ດັ່ງເຈົ້າໜ້າ ທີ່ຂແນງປ່າໄມ້ ຜແນກກະສິກັມ ປ່າໄມ້ປະຈຳ ແຂວງຫລວງພຣະບາງ ອະທິບາຍວ່າ:

ມັນມີຢູ່ປະມານ 27% ແລ້ວຫລຸດລົງເຫລືອ ປະມານ 25% ເພາະຍ້ອນວ່າ ບຸກເບີກເຮັດພື້ນທີ່ ປູກຢາງພາລາ.

ທ່ານເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ທາງການແຂວງ ຫລວງພຣະບາງ ກໍມີແຜນການ ທີ່ຈະຟື້ນຟູ ປ່າໄມ້ ເພື່ອກັນບໍ່ໃຫ້ ມີຈຳນວນ ໜ້ອຍລົງ ແຕ່ໃນຂະນະ ດຽວກັນທາງ  ຣັຖບານ ກໍໄດ້ໃຫ້ ສັມປະທານ ປູກຢາງພາລາ ແກ່ນັກລົງທຶນ ຕ່າງຊາດ ຈຳນວນນຶ່ງຊຶ່ງ ບາງເທື່ອກໍອາຈ ຮວມໄປເຖິງເຂດ ປ່າສງວນ.

ໃນການແກ້ໄຂ ນັກລົງທຶນ ຕ່າງຊາດ ກໍໄດ້ປູກ ຕົ້ນຢາງພາລາ ທົດແທນ ແຕ່ກໍຕ້ອງໃຊ້ ເວລາຫລາຍປີ ກ່ອນຈະໃຫຍ່ ເປັນປ່າໄດ້ ເຖິງຢ່າງໃດ ກໍຕາມການໃຫ້ ສັມປະທານ ພື້ນທີ່ດິນ ແກ່ນັກລົງທຶນ ຕ່າງຊາດກໍມີ ການຄວບຄຸມຈາກ ກົດໝາຍໃໝ່ທີ່ ກຳໜົດຂອບເຂດ ການສັມປະທານ ຢ່າງແຈ່ມແຈ້ງ ດັ່ງເຈົ້າໜ້າທີ່ ເວົ້າວ່າ:

ມັນກໍມີ ຜົນດີ ເພາະວ່າຕໍ່ໄປ ອາຈບໍ່ໄດ້ ສັມປະທານ ຕາມຈຸດປະສົງ ຂອງນັກລົງທຶນ ເພາະວ່າຕ້ອງມີ ກຳໜົດວ່າຈະ ເອົາເຂດທີ່ວ່າ ເຊື່ອມໂຊມ ບໍ່ຫລືວ່າເຂດ ບໍ່ມີປ່າ ໄມ້ບໍ່ ໃຫ້ສັມປະທານ.

ເຈົ້າໜ້າທີ່ ເວົ້າສລຸບວ່າ ການທີ່ຈຳນວນ ພື້ນທີ່ປ່າໄມ້ ຫລຸດລົງນັ້ນ ສາເຫດສຳຄັນ ອັນນຶ່ງກໍເນື່ອງ ມາຈາກການໃຫ້ ສັມປະທານ ພື້ນທີ່ດິນ ໃນແຕ່ລະແຂວງ ດັ່ງນັ້ນ ກົດໝາຍສບັບ ປັດຈຸບັນ ທີ່ໄດ້ປ່ຽນແປງ ແລ້ວຈະກຳໜົດ ຂອບເຂດທີ່ ແຈ່ມແຈ້ງ ຂອງພື້ນທີ່ ທີ່ນັກລົງທຶນ ຕ່າງຊາດ ຈະບຸກເບີກໄດ້. 



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.