ແຜນການຂຸດຄົ້ນ ບໍ່ແຮ່ ໃນແຂວງຜົ້ງສາລີ

ແຂວງ ຜົ້ງສາລີ ກຳລັງ ສົ່ງເສີມ ໃຫ້ມີ ການລົງທືນ ໃນການຄົ້ນຄົ້ວ ບໍ່ແຮ່ ເພື່ອການພັທນາ ເສຖກິດ ໃນອານາຄົດ.

ແຂວງ ຜົ້ງສາ​ລີ ​ເປັນ​ແຂວງ​ ທີ່​ສອກຫລີກ​ຫ່າງ​​ໄກ ​ແລະ ​ກໍ່​ເປັນ​ ແຂວງ​ ທີ່​ທຸກ​ຈົນ ​ແຂວງ​ນື່ງ ​ໃນ​ລາວ ​ແຕ່​ກໍ່​ມີ ​ສັກກະ​ຍາ ພາບ ​ສູງ ທາງ​ດ້ານ ຊັພຍາກ​ອນ ບໍ່​ແຮ່ ທີ່​ກຳລັງ​ລໍ​ ການ​ສຳຣວດ ​ແລະ ​ການ​ຂຸດ​ຄົ້ນຢູ່​ໃນ​ເວລາ​ນີ້ ດັ່ງ​ທ່ານ ສົມ​ຈິດ ອິນ​ທິວົງ, ຮອງ​ຫົວຫນ້າ ຫ້ອງການ​ພະລັງ​ງານ ​ແລະ ​ບໍ່​ແຮ່ ປະຈຳ​ແຂວງ​ເວົ້າວ່າ:

ກໍ່​ມີ​ຫລາຍ​ ຊັພຍາກ​ອນ ບໍ່​ແຮ່ ​ໂດຍສະ​ເພາະ ບໍ່​ທອງ ຊືນ ສັງກະສີ ມີ​ຫລາຍ​ບ່ອນ ​ຫລາຍ ​ບໍຣີສັດ ສົນ​ໃຈ ຕາມ​ຈິດ​ໃຈ ​ຂອງ​ແຂວງ ​ກໍ່​ຢາກ​ເອົາ​ເປັນ ​ທ່າ​ແຮງ ​ອັນ​ນື່ງ ຈາກ​ການ ​ປູກຝັງ​ ລ້ຽງສັດ”

ທ່ານ​ກ່າວ ​ເພີ້ມອີກ​ວ່າ ຖ້າ ຣັຖບານ ​ເລີ້ມ​ເປີດ​ ໂຄງການ​ສຳຣວດ ​ແລະ ​ຂຸດ​ຄົ້ນ ​ແຮ່​ທາດ​ຂື້ນ​​ໃຫມ່ ທີ່​ຖືກ​​ໂຈະ​​ໄວ້ຊົ່ວຄາວ ​ໃນ​ເວລາ​ນີ້ ທາງ​ການ​ແຂວງ ກໍ່​ອາດ​ ຈະ​ມີ​ນັກ​ລົງ​ທືນ ສົນ​​ໃຈ ​ທີ່​ມາຄົ້ນຄົ້ວ​ແລະ​ ກໍ່​ອາດ​ຈະ​ພົບ ​​ແຮ່​ທາດ ​ຕ່າງໆ​ ດັ່ງ​ແຮ່​ທາດ ​ສັງກະສີ ຖ່ານ​ຫີນ ຄຳ​ແລະ​ອື່ນໆ ຕາມ​ເຂດ​ເມືອງ​ຕ່າ​ສງໆ​ໃນ​ແຂວງ ຊື່​ງ​ໃນ​ເວລາ​ນີ້ ນັກ​ລົງ​ທືນ ຈາກ​ຈີນ ​ແລະ ​ວຽດນາມ ຫລາຍ​ຄົນ ​ກໍ່​ສົນ​ໃຈ ​ທີ່​ຈະ​ມາ​ລົງ​ທືນ ​ແຕ່​ຍັງ ​ລໍ​ການ​ອະນຸຍາດ​ ຈາກຣັ​ຖບານ ​ເທົ່າ​ນັ້ນ.

​ໃນ​ປັດຈຸບັນ ​ໂຄງການ ​ຂຸດ​ຄົ້ນບໍ່​ແຮ່ ທີ່​ແຂວງຜົ້ງສາລີ ທີ່​ໄດ້​ ຮັບ​ອະນຸຍາດ ​ຈາກຣັຖບານ ​ໃນຣະຍະ ​ທີ່​ຜ່ານ​ມາ ກໍ່​ມີ​ ພຽງ​ແຕ່ 2 ​ໂຄງການ​ ເທົ່າ​ນັ້ນ ຄື ​ໂຄງການ ​ບໍ່​ຖ່ານ​ຫີນ ​ຂອງ​ນັກ​ລົງ​ທືນຈີນ ທີ່​​ເມື​ອງ ຍອດ​ອູ່ ທີ່​ເລີ້ມ​ຂຸດ ​ແຕ່​ປີ 2006 ​ແລະ ​ໃນ​ເວລາ​ນີ້ ກໍ່​ສາມາ​ດ ສົ່ງ​ຖ່ານ​ຫີນ ​ໄປ​ຂາຍ ​ໃຫ້​ຈີນ​ແລ້ວ ​ປະມານ 16 ພັນ ຕັນ​ ຕໍ່​ປີ ​ແລະ ​ອີກ​ໂຄງການ​ນື່ງ ກໍ່​ແມ່ນ ​ໂຄງການ​ ຂຸດ​ຄົ້ນ​ຄຳ ຂອງ​ນັກ​ລົງ​ທືນ ຈີນ ​ທີ່​ເມືອງຍອດອູ່​ ເຫມືອນ​ກັນ ທີ່​ກຳລັງ ​​ເຣີ້ມຕົ້ນ ຢ່າງ​ເປັນ​ທາງ​ການ ​ໃນ​ປີ​ນີ້. ຄາດ​ວ່າ ຈະ​ສາມາດ ​ຂຸດ​ຄົ້ນ ​ແລະ ​ສົ່ງ​ຄຳ ​ໄປ​ຈີນ​ໄດ້ ​ໃນ​ເບື້ອງ​ຕົ້ນ​ ໄດ້​ປະມານ 30 ພັນ​ຕັນ. ​ແຕ່​ໃນ​ເວລາ​ນີ້ ຣັຖບານ​ ໂຈະ ​ແຜນ​ການ ​ສຳຣວດ​ ​ໄວ້ຊົ່ວຄາວ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org