ນໍ້າມັນແລະແກ໊ສ ໃນພາກໃຕ້ຂອງລາວ

ການຄົ້ນຄົ້ວນໍ້າມັນແລະແກ໊ສ ທັມມະຊາດ ທີ່ແຂວງສາຣະວັນ ພາກໃຕ້ຂອງລາວ ຈະເລີ້ມລົງມືກັນ ໃນເວລາອັນໃກ້ໆນີ້,
ສິດນີ
2010.01.29

ທ່ານ ຂັນທີ ສີຫາເທບ ຫົວຫນ້າຫອ້ງການ ສົ່ງເສີມການລົງທຶນ ແຂວງສາຣະວັນ ກ່າວວ່າ, ການຄົ້ນຄວ້ານ້ຳມັນ ຈາກບໍຣິສັດ ຊາຣາແມນເດີ ຂອງອັງກິດ     ທີ່ເມືອງລະຄອນເພັງ ແຂວງສາຣະວັນ ໃນເວລານີ້ຖ້າພົບວ່າ ມີນ້ຳມັນແລະ ແກ໊ສທັມມະຊາດແທ້ຈິງ ກໍ່ຈະສາມາດ ສ້າງລາຍໄດ້ໃຫ້ແກ່ ແຂວງສາຣະວັນ ແລະຣັຖບານລາວ ເປັນຈຳນວນຫລວງຫລາຍ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ກໍ່ມີຜົລດີຕໍ່ເສຖກິດ ຂອງພວກເຮົາ ຖ້າວ່າຂຸດຄົ້ນຂື້ນມາ ຖ້າມີນ້ຳມັນ ກໍ່ຍິ່ງດີແຫລະ ເພາະພວກເຮົາກໍ່ຍັງ ເປັນແຂວງທີ່ມີເສຖກິດ ທີ່ອ່ອນເພັຍຢູ່".

ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກຫລາຍຝ່າຍ ຕ່າງກໍ່ຄາດຫວັງວ່າ ສປປລາວ ຈະມີໂອກາດໃຊ້ນ້ຳມັນ ແລະແກ໊ສທັມມະຊາດ ຈາກປະເທດຕົນເອງ ທີ່ຈະເຮັດໃຫ້ ຣາຄານ້ຳມັນ ຖືກລົງ ນອກຈາກນັ້ນ ຍັງຈະຊ່ອຍ ສປປລາວ ຫລຸດຜອ່ນການ ຂາດດຸນການຄ້າ ກັບປະເທດເພື່ອນ ບ້ານນຳອີກ ເພາະໃນຣະຍະ ທີ່ຜ່ານມາ ສປປລາວ ໄດ້ນຳເຂົ້ານ້ຳມັນ ເພື່ອໃຊ້ພາຍໃນ ປະເທດເຖິງ 100% ດ້ວຍຄ່າໃຊ້ຈ່າຍ ໃນການຊື້ນ້ຳມັນ ໃນແຕ່ລະປີເຖີງ 600 ລ້ານໂດຣາ ສະຫະຣັຖ.

ເຈົ້າຫນ້າທີ່ ພລັງງານແລະບໍ່ແຮ່ ທີ່ແຂວງສາຣະວັນ ອີກທ່ານນຶ່ງເວົ້າວ່າ ທາງບໍຣິສັດ ຈະເລີ້ມດຳເນີນ ການເຈາະເອົາຫີນ ຕົວຢ່າງ ມາພິສູດ ໃນໄວໆນີ້ ຫລັງຈາກທີ່ເຄື່ອງຈັກ ມາເຖິງ ແລະກໍ່ຈະຮູ້ວ່າ ໃນພື້ນທີ່ດັ່ງກ່າວນັ້ນ ມີນ້ຳມັນແລະແກ໊ສ ທັມມະຊາດ ຫລາຍນອ້ຍປານໃດ. ທ່ານກ່າວເພີ້ມອີກວ່າ:

"ບັດນີ້ເຂົາຊີ່ດຳເນີນການເຈາະ ວາງຕາຕຣາງຫມົດແລ້ວ ວາງແຜນມີຈຸດ ອີ່ຫຍັງຫມົດແລ້ວ ເຮັດທາງເຮັດຫຍັງເຂົ້າໄປ ວາງທີ່ຄຸມເຈາະ ໃວ້ແລ້ວ ມີແຕ່ຊີ່ນຳເຄື່ອງ ເຈາະມາ ໃຊ້ງານ".

ບໍຣິສັດ ຊາາແມນເດີ Energy ຂອງອັງກິດ ໄດ້ເຂົ້າມາສຳຣວດ ນ້ຳມັນດິບແລະແກ໊ສ ທັມມະຊາດ ໃນສປປລາວ ໃນປີ 2008 ໃນສອງເຂດ ດັ່ງທີ່ເມືອງພີນ ແຂວງສວັນນະເຂດ ແລະ ທີ່ບ້ານນາພະບາງໃຫຍ່ ເມືອງລະຄອນເພັງ ແຂວງສາຣະວັນ ແລະ ການຂຸດຄົົ້ນຄັ້ງທຳອິດ ຈະແມ່ນ ທີ່ແຂວງສາຣະວັນ,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.