ສປປລາວ ກວດກາໂຄງກາຣ ເຊົ່າແລະສັມປະທານທີ່ດິນ

ທາງກາຣ ສປປລາວ ກຳລັງເລັ່ງໃຫ້ ໜ່ວຍງານກ່ຽວຂ້ອງ ຮິມໂຮມຂໍ້ມູລ ກ່ຽວກັບໂຄງກາຣ ໃຫ້ສັມປະທານ ທີ່ດິນຂອງຣັຖ ທົ່ວປະເທສ ຄືນໃໝ່ ພ້ອມກັບໃຫ້ຈັດສ້າງ ເປັນແຜນທີ່ຂອງ ແຕ່ລະໂຄງກາຣ ໃນແຕ່ລະແຫ່ງ ເພື່ອໃຊ້ໃນກາຣ ຄຸ້ມຄອງ ແລະ ກວດກາຕາມເນື້ອທີ່ດິນ ໃນພາຍຂ້າງໜ້າ.
ຫວາດ ສີມູລ
2009.11.04

ກາຣທີ່ທາງຣັຖບາລ ຕ້ອງເອົາມາຕກາຣ ດັ່ງກ່າວ ກໍຍ້ອນວ່າມີ ກາຣອະນຸມັດ ທີ່ດິນຂອງຣັຖ ຕາມເຂຕແຂວງຕ່າງໆ ແບບບໍ່ເປັນຣະບົບ ແລະ ກາຣດຳເນີນ ວຽກງານ ຂອງນັກລົງທຶນ ໃນບາງໂຄງກາຣ ກໍບໍ່ທັນສອດຄ່ອງ ກັບນະໂຍບາຍ ແລະ ກົດໝາຍຂອງພັກ-ຣັຖ ເປັນກາຣສ້າງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ.

ບາງໂຄງກາຣກໍກວມ ເອົາເຂຕປ່າສງວນ ແຫ່ງຊາຕ ເຂຕປ່າປ້ອງກັນ ແຫລ່ງນ້ຳ ແລະເຂຕ ພື້ນທີ່ດິນ ສຳຫລັບກາຣເພາະປູກ ຂອງປະຊາຊົນ ແລະ ຍ້ອນນັກລົງທຶນ ເຂົ້າບຸກຣຸກເກີນ ຂອບເຂຕ. ນອກຈາກນັ້ນ ຍັງມີກາຣລັກລອບ ຂຸດຄົ້ນເອົາ ຊັພຍາກອນທັມມະຊາຕ ຕລອດຮອດກາຣ ຕັດໄມ້ທຳລາຍປ່າ ຢ່າງບໍ່ຖືກຕ້ອງຕາມ ກົດໝາຍ.

ກາຣທີ່ເກີດມີບັນຫາ ດັ່ງກ່າວ ກໍອາຈເປັນຍ້ອນວ່າ ບໍ່ມີກາຣຈັດສັນ ແບ່ງເຂຕ ແລະ ປະເພສກາຣນຳໃຊ້ ທີ່ດິນມາແຕ່ກ່ອນ ກໍເປັນໄດ້ ໂດຽສະເພາະຍ້ອນ ຂາດກາຣ ສຳຣວຈແລະສຶກສາ ເບິ່ງຄວາມເໝາະສົມ ຂອງພື້ນທີ່ດິນ ຢ່າງຮອບຄອບເສັຽກ່ອນ ກ່ອນທີ່ຈະອະນຸຍາຕ ໃຫ້ມີກາຣ ສັມປະທານ ເພື່ອກາຣພັທນາ ຕ່າງໆນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.