ສັດຫອນດຽວ ຂອງເອເຊັຍ
2010.09.17

ສັດທີ່ຫາຍາກ ທີ່ສຸດ ຊນິດນຶ່ງ ທີ່ຖືກຮ້ອງຊື່ ວ່າ “ສັດຫອນດຽວ ຂອງເອເຊັຍ” ເຖິງວ່າຕາມ ຄວາມເປັນຈິງແລ້ວ ມັນຈະມີ ສອງຫອນ ກໍຕາມ. ສັດດັ່ງກ່າວ ຖືກຈັບໄດ້ ໃນເຂດພາກກາງ ຂອງລາວ. ເຈົ້າໜ້າທີ່ ອະນຸຮັກ ສັດປ່າ ກ່າວໃນມື້ ວັນພຣະຫັດ ທີ 15 ກັນຍາ 2010.
ແຫລ່ງຂ່າວ BBC ລາຍງານວ່າ ສັດຫາຍາກ ມີຕົນໂຕ ຄືມັ່ງ ຊື່ເປັນພາສາ ອັງກິດ ວ່າ Saola ຊຶ່ງ ນັກຊີວະ ວິທຍາ ວ່າ ບໍ່ເຄີຍພົບພໍ້ ຢູ່ໃນປ່າ ທັມມະຊາດ ຈັກເທື່ອ ແລະ ກໍບໍ່ເຄີຍ ເຫັນວ່າ ເປັນສັດລ້ຽງ. ສັດປະເພດນີ້ ໄດ້ຖືກພົບພໍ້ ເທື່ອທຳອິດ ໃນປ່າຂອງ ເອເຊັຍຕາ ເວັນອອກ ສ່ຽງໃຕ້ ເມື່ອປີ 1992 ມີຮູບພາບ ສະແດງ ວ່າມັນມີ ໂຕຕົນຢູ່ ຊຶ່ງຊາວບ້ານ ເປັນຜູ້ຖ່າຍໄວ້ ຫລືກ້ອງຖ່າຍ ຮູບອັຕໂນມັດ ເກັບຮູບພາບໄວ້.
Saola ຈະອາສັຍ ຢູ່ຕາມສາຍ ພູແດນແກວ ຊຶ່ງເປັນສາຍພູ ລະຫວ່າງລາວ ແລະ ວຽດນາມ ບ່ອນທີ່ຊາວບ້ານ ໃນແຂວງ ພາກກາງ ຂອງລາວ ບໍຣິຄຳໄຊ ຈັບໂຕຜູ້ໄດ້ ເມື່ອ ເດືອນ ສິງຫາ 2010 ນີ້. ຊາວບ້ານ ພາກັນຖ່າຍຮູບ ສັດແປກປະຫລາດ ເອົາໄວ້ ແລະ ແຈ້ງຕໍ່ເຈົ້າໜ້າທີ່ ທາງການ. ເມື່ອເຈົ້າໜ້າທີ່ ທາງການຈາກ ກົມກະສິກັມ ແລະ ປ່າໄມ້ ແຂວງບໍຣິຄຳໄຊ ໄປເຖິງເຂດ ແຫ່ງນັ້ນ Saola ກໍໄດ້ຕາຍແລ້ວ.
ໂຄສົກຈາກ ກົມອະນຸຮັກ ສັດປ່າ ປະຈຳແຂວງ ເວົ້າວ່າ ການຕາຍຂອງ Saola ເປັນໜ້າເສັຍດາຍ ແຕ່ກໍຢັ້ງຢືນ ວ່າ ພື້ນທີ່ແຫ່ງນີ້ ຍັງມີສັດ ປະຫລາດນີ້ ອາສັຍຢູ່. ເຈົ້າໜ້າທີ່ ທາງການ ຈຶ່ງສັ່ງໃຫ້ ເອົາມາຕການ ເຂັ້ມງວດ ໃນການ ອະນຸຮັກ ສັດຫາຍາກ ດັ່ງກ່າວ.
Saola ເປັນສັດທີ່ ຄ້າຍຄືກັນ ກັບໂຕມັ່ງ ໃນທະວີບ ອະເມຣິກາ ພາກເໜືອ ແຕ່ໃນ ກໍຣະນີ ຢູ່ລາວ ຈະເປັນປະເພດ ສັດປ່າ. ຊາວບ້ານທ້ອງຖິ່ນ ຮ້ອງສັດ ປະເພດນີ້ວ່າ ສັດຫອນດຽວ ເຖິງວ່າຈະມີ ສອງຫອນກໍຕາມ ແລະ ກໍມີຊາວບ້ານ ບໍ່ທໍ່ໃດຄົນ ທີ່ເຄີຍໄດ້ ພົບເຫັນສັດ ດັ່ງກ່າວ.