ຣັຖບານລາວ ຈະມີຣາຍໄດ້ ຈາກການຂຸດຄົ້ນ ບໍ່ຄຳເຊໂປນ
2006.12.26
ວາຣະສານ Forbes Asia ຊຶ່ງເປັນວາຣະສານທຸຣະກິດຊື່ດັ່ງຂອງໂລກ ຣາຍ ງານວ່າ ໃນປີ 2006 ທີ່ໃກ້ ຈະສິ້ນ ສຸດລົງນີ້ ບໍຣິສັດໂອຊີອານາ ຈະມີກຳໄຣຈາກ ການຂຸດຄົ້ນບໍ່ຄຳເຊໂປນ ເມືອງວິຣະວຸຣີ ແຂວງສວັນນະເຂດ ເຖິງ 250 ລ້ານດອນ ລ່າ ເພາະວ່າ ທາງບໍຣິສັດສາມາດຜລິດຄຳ ແລະທອງແດງໄດ້ຫລາຍຂື້ນ ຄືຜລິດຄຳ ໄດ້ເກືອບ 2 ແສນອ່ອນຊ໌ ແລະທອງແດງ 60 ພັນຕັ່ນ ແລະສົມກັບແຮ່ທາດເຫຼົ່ານີ້ ຢູ່ຕລາດໂລກ ມີຣາຄາສູງຂື້ນເປັນປະຫວັດ ການ ເຊັ່ນ ຄຳໄດ້ມີຣາຄາແພງຂື້ນເປັນ 610 ດອນລ່າສະຫະຣັຖຕໍ່ນຶ່ງອ່ອນຊ໌ ແລະຣາຄາທອງແດງ ໄດ້ແພງຂື້ນ ເປັນກິໂລ ລະເກືອບ 7 ດອນລ່າ ເພີ້ມຂື້ນກວ່າສອງເທົ່າເມື່ອທຽບໃສ່ຣາຄາເມື່ອປີ 2002.
ໃນເມື່ອມີກຳໄຣຫລາຍ ບໍຣິສັດໂອຊີອານາກໍຕ້ອງເສັຍຄ່າພາສີແລະຄ່າທຳນຽມຕ່າງໆ ໃຫ້ແກ່ຣັຖບານລາວຫລາຍຂື້ນ ຕົວຢ່າງໃນສະເພາະປີນີ້ ຈະເສັຍໃຫ້ຣັຖບານລາວປະ ມານ 40 ລ້ານດອນລ່າ. ໃນປີໜ້າ ທາງບໍຣິສັດ ຍິ່ງຈະມີ ຣາຍໄດ້ຫລາຍ ແລະຍິ່ງ ຈະເສັຍພາສີໃຫ້ແກ່ຣັຖບານລາວຫລາຍຂື້ນເປັນສອງເທົ່າຫຼື 80 ລ້ານດອນລ່າ ເພາະວ່າ ໃນຣະຍະສີ່ປີທີ່ຜ່ານມາ ທາງຣັຖບານລາວ ໄດ້ອະນຸໂລມ ເກັບພາສີກັບ ບໍຣິສັດໂອຊີອານາຕ່ຳເປັນພິເສດ ເພື່ອໃຫ້ ໂອອາດແກ່ບໍຣິສັດ ເຕີບໃຫຍ່ຂຍາຍຕົວ ແລະນັບແຕ່ປີ 2007 ນີ້ເປັນຕົ້ນໄປ ຕາມສັນຍາທີ່ໄດ້ເຊັນຕົກລົງກັນ ບໍຣິສັດ ໂອຊີ ອານາ ຈະຕ້ອງເສັຍຄ່າພາສີໃຫ້ແກ່ຣັຖບານລາວຫລາຍຂື້ນ.
ວາຣະສານ Forbes ຣາຍງານອີກວ່າ ບໍຣິສັດໂອຊີອານາ ເປັນບໍຣິສັດຂຸດຄົ້ນບໍ່ ແຮ່ຂອງອອສເຕຣເລັຍ; ແຕ່ກ່ອນ ເປັນບໍຣິສັດນ້ອຍໆ ແຕ່ປັດນີ້ ໄດ້ເຕີບໃຫຍ່ຂຍາຍ ຕົວ ສ່ວນນຶ່ງ ກໍຍ້ອນການຂຸດຄົ້ນບໍ່ຄຳທີ່ ສປປລາວ.