ອຸດສາຫະກັມ ບໍ່ຄໍາ ແລະ ທອງແດງ
2009.05.20
ຣັຖບານລາວ ຢືນຢັນວ່າໄດ້ ຮັບສວ່ນແບ່ງຈາກ ລາຍໄດ້ຂອງການ ສົ່ງອອກຄໍາ ແລະທອງແດງ ແຕ່ວ່າຫລາຍຄົນ ໃຫ້ຄວາມເຫັນວ່າ ມັນມີຜົລເສັຽ ຫລາຍດ້ານ
ເພາະທາງຝ່າຍລາວ ເຣົາຂາດຄວາມ ຊໍານິຊໍານານ ແລະບໍ່ຮູ້ເທົ້າ ເຖິງການ ສໍ່ານັກລົງທຶນ ຕ່າງປະເທດ ດັ່ງເຈົ້າໜ້າທີ່ ພະນັກງານຮັຖ ທ່ານນຶ່ງໃຫ້ ຄໍາເຫັນເປັນ ພາສາໄທວ່າ:
ຜົນເສັຽກໍຄື ຣັຖບານລາວ ບໍ່ໄດ້ຂຽນ ສັນຍາຮັດກຸມ ເວລາເຂົາມາຂຸດ ເຣົາກໍບໍ່ຮູ້ວ່າ ເຂົາຈະຂຸດ ບ່ອນໃດແມ່ນບໍ່ ບັດນີ້ ເວລາເຂົາຂຸດ ເຂົາກໍເອົາ ບໍ່ໃຫ່ຽໆ ເຂົາກໍເອົາ ໄປໝົດ ຈົ່ງໄວ້ໃຫ້ ຣັຖບານລາວ ໜ້ອຍດຽວ ອັນເຂົາ ສັມປະທານ ເຂົາກໍເອົາ ອັນດີໆໄປໝົດ.
ທ່ານຍັງໃຫ້ ຄວາມເຫັນຕໍ່ໄປວ່າ ກຸ່ມເອກຊົນ ໄດ້ແບ່ງຜົລປໂຍດ ຈາກການຂາຍຄໍາ ແລະທອງແດງ ພຽງແຕ່ 20% ເທົ່ານັ້ນ ໃຫ້ຣັຖບານ ລາວ ໂດຍອ້າງວ່າ ພວກຕົນເປັນຜູ້ ລົງທຶນຂຸດຄົ້ນ ດັ່ງນັ້ນ ຣັຖບານລາວ ຈຶ່ງບໍ່ມີ ທາງເລືອກ.
ຕາມລາຍງານຂ່າວ ໃນລະຍະ ຜ່ານມາ ເຈົ້າໜ້າທີ່ ທາງການລາວແຂວງ ສວັນນະເຂດ ວ່າມີລາຍໄດ້ ຈາກທຸຣະກິດ ບໍ່ຄໍານີ້ຫລາຍ ສົມຄວນ:
ແຕ່ລະປີຜ່ານມາ ເຮົາກໍໄດ້ ເຮົາກໍໄດ້ ລະຫ່ວາງສອງປີ ຫລັງເຮົາກໍໄດ້ ຮ້ອຍກວ່າລ້ານຫລຽນ ສະຫະຮັຖ ຫ່ວາງປີ 2007 ແລະປີ 2008 ເຮົາກໍໄດ້ ທັງໝົດນີ້ ຮ້ອຍກວ່າລ້ານຫລຽນ ສະຫະຣັຖ ຮັຖບານ ລາໄດ້.
ເຖິງຢ່າງໃດ ກໍດີ ພະນັກງານຮັຖ ຄົນນັ້ນອີກ ກໍເວົ້າວ່າ ຝ່າຍລາວຍັງ ເສັຽປຽບຫລາຍດ້ານ ຍ້ອນບໍ່ມີ ປະສົປການ ດ້ານນີ້ມາກ່ອນ ຂາດຄົນທີ່ ຊໍານິຊໍານານ ດ້ານ ວິຊາການຕ່າງໆ ຕລອດຮອດສັນຍາ ທີ່ບໍ່ຮັດກຸມ.
ອຸດສາຫະກັມ ບໍ່ຄໍາ ແລະທອງແດງ ເຊໂປນ ປັດຈຸບັນນີ້ ໄດ້ປ່ຽນຜູ້ຖື ຫຸ້ນແລ້ວ ຈາກບໍຣິສັດ OZ ຂອງ Australia ມາເປັນ ບໍຣິສັດ ຂອງປະເທດຈີນ. ລາຍງານ ບອກວ່າ ສັນຍາຕ່າງໆ ຈະຖືກຮັກສາ ໄວ້ເໝືອນເດີມ ບໍ່ມີການປ່ຽນແປງ ໃດໆໃນຂໍ້ຕົກລົງ.
ຫລາຍຄົນໃຫ້ ຄໍາເຫັນວ່າ ສັນຍາສະບັບເດີມ ນີ້ຍັງຈະສ້າງ ຜົລປໂຍດໃຫ້ ເຈົ້າຂອງຄົນໃໝ່ຢູ່ ແຕ່ຍັງບໍ່ເປັນ ທີ່ແນ່ນອນເທື່ອ ວ່າ ບໍຣິສັດ ລົງທຶນຈີນ ຈະຂໍເຈຣະຈາ ຂໍ້ຕົກລົງໃໝ່ ອີກຫລືບໍ່ ເພາະຈີນອາຈໃຊ້ ສະພາບວິກິດ ການເສຖກິດ ໂລກເປັນຂໍ້ອ້າງ ເໝືອນກັບທີ່ຈີນ ໄດ້ເຈຣະຈາ ກັບທາງການລາວ ຂໍຍົກເວັ້ນ ພາສີຫລາຍ ຢ່າງ ກ່ຽວກັບການ ສ້າງຂົວຂ້າມນໍ້າຂອງ ແຫ່ງທີສີ່ ຢູ່ແຂວງບໍ່ແກ້ວ.