ບໍ່ຊືນແຂວງຄໍາມ່ວນ ຕ້ອງປັບປຸງ ເພື່ອຕໍ່ສັນຍາ
2010.02.16
ຣັຖບາລ ສປປລາວ ໄດ້ແນະນຳ ໃຫ້ບໍຣິສັທ ບໍ່ຊືນ ລາວ-ເກົາຫລີ ທີ່ດຳເນີນ ກາຣຂຸດຄົ້ນແຮ່ ທາຕຊືນ ໃນແຂວງ ຄຳມ່ວນ ໃຫ້ຕຣຽມກາຣ ປັບປຸງແຜນ ກາຣພັທນາ ສິ່ງແວດລ້ອມໃໝ່ ເພື່ອປ້ອງກັນ ບໍ່ໃຫ້ເກີດ ຜົລກະທົບ ໃນຣະຍະຍາວ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ພລັງງານ ແລະບໍ່ແຮ່ ແຂວງຄຳມ່ວນ ໄດ້ກ່າວວ່າ:
“ບໍຣິສັທ ທີ່ຂຸດຄົ້ນແລ້ວ ດຽວນີ້ມັນໝົດ ສັນຍາແລ້ວ ເພິ່ນໃຫ້ປັບປຸງ ຄືນຢູ່ ຄືບໍຣິສັທ ແຮ່ກົ່ວ ລາວ-ເກົາຫລີ ທີ່ໄດ້ຮັບ ສັມປະທານ ຂຸດຄົ້ນແລ້ວ ຫັ້ນນ໋າ ແຕ່ດຽວນີ້ ກຳລັງ ຢູ່ໃນຣະຍະ ປັບປຸງຄືນ ມັນກໍບໍ່ ກະທົບແຮງ ແຕ່ວ່າດຽວນີ້ ເພິ່ນໄດ້ມີ ມາຕຣາກາຣ ໃຫ້ແບບມາ ໃນຕອນນີ້ ຊື່ໆຫັ້ນນ໋າ”.
ພ້ອມດຽວກັນນີ້ ທ່ານກໍວ່າ ທາງບໍຣິສັທ ແຮ່ກົ່ວລາວ-ເກົາຫລີ ດັ່ງກ່າວ ໄດ້ດຳເນີນ ກາຣຂຸດຄົ້ນ ຢູ່ໃນເມືອງ ຫິນບູນ ແຂວງຄຳມ່ວນ ແລະເຄີຽມີ ບັນຫາກ່ຽວກັບ ຣະບົບ ບຳບັຕນ້ຳເສັຽ ຈຶ່ງເຮັດໃຫ້ມີ ສາຣເຄມີ ໄຫລລົງ ສູ່ແມ່ນ້ຳ ເປັນກາຣສ້າງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຈຶ່ງຢາກໃຫ້ ທາງບໍຣິສັທ ປັບປຸງແຜນ ກາຣຜລິຕ ຄືນໃໝ່ ຊຶ່ງ ກຳລັງ ມີກາຣສຶກສາ ພິຈາຣະນາ ຢູ່ໃນ ປັຈຈຸບັນນີ້. ນອກຈາກໂຄງກາຣ ຂຸດຄົ້ນແຮ່ຊືນ ດັ່ງກ່າວນີ້ແລ້ວ ຍັງມີໂຄງກາຣ ອື່ນໆນຳດ້ວຍ ດັ່ງທີ່ທ່ານໄດ້ ໃຫ້ກາຣຊີ້ແຈງ ເພີ່ມວ່າ:
“ດຽວນີ້ສຳຣວຈ ປະມານ 5-6 ບໍຣິສັທນ໋າ ດຽວນີ້ນ໋ະ ສຳຣວຈຢູ່ແລ້ວ ກໍບໍ່ທັນເວົ້າ ເຣື່ອງກາຣຂຸດຄົ້ນ ຕ້ອງໄດ້ເບິ່ງຄືນ ເຣື່ອງບັນຫາ ຕ່າງໆຄືນອີກ ຖ້າໃຜສິ ຂຸດຄົ້ນ ຫັ້ນນ໋າ”.
ໃນຂນະ ດຽວກັນນີ້ ທ່ານກໍວ່າ ບໍຣິສັທ ທີ່ສຳຣວຈ ແລະ ມີຄວາມຄືບໜ້າ ຫລາຍທີ່ສຸດນັ້ນ ກໍແມ່ນ ບໍຣິສັທ ຈາກປະເທສຈີນ ທີ່ໄດ້ມີກາຣ ປັບປຸງແຜນກາຣ ປ້ອງກັນ ຜົລກະທົບ ທາງດ້ານ ສິ່ງແວດລ້ອມ ຕາມມາຕຣາກາຣ ເຊັ່ນກັນ.