ອັນຕະຣາຍຂອງ ກັບດັກລ່າສັດປ່າ

ການລັກລອບ ລ່າສັດປ່າ ໂດຍໃຊ້ກັບດັກ ທີ່ເອົາເຂົ້າມາຈາກ ທາງຊາຍແດນຈີນ ໄດ້ສ້າງບັນຫາ ຢ່າງໃຫຍ່.
ມະນີຈັນ
2010.07.22

ການລັກລອບລ່າສັດປ່າ ໂດຍໃຊ້ກັບດັກ ຂນາດໃຫຍ່ ຊຶ່ງສ່ວນຫລາຍຈະ ລັກຊື້ຈາກ ຊາຍແດນຈີນ ທີ່ໃກ້ກັບ ແຂວງຫລວງນໍ້າທາ. ການໃຊ້ກັບດັກ ເກີດເປັນບັນຫາ ແລະມີອັນຕະຣາຍ. ສັດປ່າທີ່ຊາວບ້ານ ມັກລ່າໃນເຂດ ຊາຍແດນນັ້ນ ຈະສົ່ງໄປຂາຍ ທາງປະເທດຈີນ ແລະວຽດນາມ ໂດຍຈະລັກຂົນໄປ ເທື່ອລະໜ້ອຍ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໜ່ວຍງານສັດປ່າ ກົມປ່າໄມ້ໃນ ນະຄອນຫລວງວຽງຈັນ:

"ກັບດັກນີ້ ລະແມ່ນວ່າ ເຂົາສ່ວນຫລາຍ ເອົາມາຈາກຈີນ ແຖວຫລວງນໍ້າທາ ດ້ານນາເຕີຍ ສ່ວນຫລາຍມັນຈະຢູ່ ຕາມຊາຍແດນ ເຂົາຊິມາຂາຍ ເປັນບັນຫານຶ່ງ ຂອງການລ່າສັດປ່າ ນອກຈາກປືນ ຕົວແຮ້ວນີ້ແຫລະ ເຂົາເອີ້ນ ອັນຕະຣາຍຕົວນີ້ ສໍາຄັນຄືກັນ".

ການໃຊ້ກັບດັກລ່າສັດ ທາງກົມປ່າໄມ້ ກໍໄດ້ມີຂໍ້ຫ້າມ ເພາະຈະກະທົບເຖິງ ສັດປ່າ ແລະບາງຄັ້ງຊາວບ້ານ ກໍໄປຢຽບ ເຮັດໃຫ້ໄດ້ຮັບ ບາດເຈັບສາຫັດ. ກັບດັກນອກຈາກ ຈະມີຂາຍຕາມຊາຍແດນ ແຂວງຫລວງນໍ້າທາແລ້ວ ຍັງມີຂາຍຢູ່ທາງ ຊາຍແດນແຂວງບໍ່ແກ້ວ. ແລະນອກຈາກບັນຫາ ການລັກລອບນໍາກັບດັກ ໄປວາງໄວ້ ຢູ່ໃນປ່າດົງ ເພື່ອຈັບສັດປ່າ ຂນາດໃຫຍ່ແລ້ວ ການລັກລອບລ່າໂຕລີ່ນ ບໍຣິເວນ ແຄມແມ່ນໍ້າຂອງ ກໍເປັນທີ່ນິຍົມ ເຊັ່ນກັນ ຊຶ່ງກຸ່ມລັກລອບ ຈະລັກຂົນສົ່ງ ໂຕລີ່ນໄປຍັງ ປະເທດເພື່ອນບ້ານ ເພື່ອຂາຍເຂົ້າຕລາດ ອີກທອດນຶ່ງ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:

"ສິມີໂຕລີ່ນ ມັນສົ່ງໄປວຽດນາມ ກັບໄປຈີນເທົ່ານັ້ນ ເຂົາລັກລອບໄປ ທຸກສິ່ງທຸກຢ່າງ ເຈົ້າໜ້າທີ່ 2 ເຈົ້າໜ້າທີ່ ກໍຕ້ອງມີການ ປະສານງານກັນ ມັນຈຶ່ງຄ່ອຍ ສະກັດກັ້ນ ໄດ້ເພາະວ່າ ສາຍນໍ້າຂອງ ມັນບໍ່ໄດ້ແຄບເດ້".

ທ່ານກ່າວສລຸບວ່າ ເຖິງແມ່ນວ່າ ສປປລາວ ຈະໄດ້ມີການ ສະກັດກັ້ນແລະກວດກາ ຈາກເຈົ້າໜ້າທີ່ ກອງກວດກາປ່າໄມ້ ແຕ່ກໍຍັງເປັນບັນຫາ ທີ່ສັບສົນຢູ່ ເທົ່າປັຈຈຸບັນ ຍ້ອນຍັງມີຄົນ ຈໍານວນນຶ່ງທີ່ເຫັນ ແກ່ປະໂຫຍດສ່ວນຕົວ ໂດຍບໍ່ຄໍານຶງເຖິງ ຜົລປະໂຫຍດຫລື ຄວາມໝາຍຂອງ ວົງຈອນສັດປ່າ ຕໍ່ປ່າໄມ້ ຕໍ່ປະເທດລາວ ໂດຍລວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.