ບໍຣີສັດແຮ່ທາດລາວ-ຈີນ ຖືກຍົກເລີກສັນຍາ
2010.03.18
ຈາກການກວດກາ ຂອງເຈົ້າຫນ້າລາວ ພົບວ່າ ການດຳເນີນງານ ຂອງບໍຣິສັດລາວ-ຈີນ ໃນການສຳຣວດ ແລະ ຂຸດຄົ້ນແຮ່ຄຳ ທີ່ຕົກຄ້າງ ຢູ່ບ້ານນາກະດົງ ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ໄດ້ເຊັນສັນຍາ ກັບຣັຖບານລາວ ມາແຕ່ວັນທີ 27 ກຸມພາ ປີ 1977 ນັ້ນ ມີຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ໃນທ້ອງຖີ່ນ.
ບໍຣິສັດດ່ັງກ່າວ ບໍ່ໄດ້ ສືກສາກ່ຽວກັບ ຜົລກະທົບ ບໍ່ປະຕິບັດ ຕາມກົດຫມາຍ ປົກປ້ອງສີ່ງແວດລ້ອມ ໃນການຂຸດຄົ້ນແຮ່ທາດ ແລະ ບໍ່ມີແຜນການ ປ້ອງກັນຜົລກະທົບ ຕໍ່ສີ່ງແວດລ້ອມ ທີ່ຈະເກີດຈາກ ການຂຸດຄົ້ນ ອີງຕາມລາຍງານ ຈາກບົດບັນທືກ ການກວດກາ ໃນວັນທີ 16 ມີຖຸນາ ປີ 2008 ຜ່ານມາ.
ເຈົ້າຫນ້າທີ່ລາວ ທ່ານນັ້ນ ກ່າວເພີ້ມວ່າ ບໍຣີສັດດັ່ງກ່າວ ເຮັດໃຫ້ນ້ຳຂຸ່ນ ປ່ຽນສະພາບຫນ້າດີນ ຫັນປ່ຽນແລວນ້ຳໃຫລ ອັນພາໃຫ້ເກີດ ການເຊາະເຈື່ອນ ແລະ ຕົກຕະກອນ ໃນແມ່ນ້ຳ. ນອກນັ້ນ ຍັງໄດ້ພົບເຫັນ ສານເຄມີບາລອດ ສຳລັບສະກັດ ເອົາຄຳທີ່ຕົກຄ້າງ ຕາມສາຍນ້ຳ ຢ່າງຫລວງຫລາຍ ເປັນສາເຫດ ເຮັດໃຫ້ສີ່ງ ແວດລ້ອມເສັຽຫາຍ ຢ່າງໃຫຍ່ຫລວງ ໃນບໍຣິເວນນັ້ນ.
ຜ່ານມາ ບໍຣິສັດດ່ັງກ່າວ ໄດ້ຖືກຕັກເຕືອນ ແລະ ໄດ້ນຳມາສືກສາ ອົບຣົມຄັ້ງນື່ງແລ້ວ ແຕ່ບໍ່ມີການ ປ່ຽນແປງ ສະນັ້ນ ໃນນາມຜູ້ຕ່າງຫນ້າ ຣັຖບານລາວ ຣັຖມົນຕຣີ ກະຊວງແຜນການ ແລະການລົງທືນ ຈື່ງໄດ້ອອກແຈ້ງ ການຍົກເລີກສັນຍາ ລົງທືນຮ່ວມ ບໍຣິສັດລາວ-ຈີນ ດັ່ງກ່າວ ໂດຍຣະບຸວ່າ ເປັນສາເຫດ ໃຫ້ມີການທຳລາຍ ສີ່ງແວດລ້ອມ ຈາກການຂຸດຄົ້ນແຮ່ທາດ ໃນເຂດດັ່ງກ່າວ ແລະບໍ່ ປະຕິບັດຕາມ ຂໍ້ຕົກລົງທີ່ໄດ້ ເຊັນກັນ.