ໝອກຄວັນ ຈາກກາຣ ຈູດປ່າ ເພື່ອເຮັດໄຮ່

ແຂວງຫລວງພຣະບາງ ປະສົບກັບບັນຫາ ໝອກຄວັນຈາກກາຣ ຈູດປ່າເພື່ອເຮັດໄຮ່ ຂອງປະຊາຊົນ ຕາມເຂຕຊົນນະບົທ ຫລາຍພໍສົມຄວນ
ຫວາດ ສີມູນ
2009.03.16

ນັບ​ແຕ່​ຕົ້ນ​ເດືອນ​ ມີນາ​ ນີ້​ມາ ປະຊາຊົນ​ຕາມ​ເຂ​ຕ ຊົນນະບົທ​ ໂດຽສະ​ເພາະ ​ຕາມ​ເຂ​ຕພູ​ສູງ​​ ໃນ​ແຂວງ​ຫລວງ​ພຣະບາງ ໄດ້​ເຣີ່ມຖາກ​ຖາງ​ປ່າ ​ແລະ​ມີ​ກາຣຈູດ ​ໄຮ່​ເພື່ອ​ທຳ​ມາ​ຫາ​ກິນ ​​ແລະພ້ອມ​ດຽວ​ກັນ ​ກໍ​ໄດ້​ສົ່ງ​ຜົລ​ ໃຫ້ເກີດ​ມີ​ໝອກ​ຄວັນ ​ທີ່​ໜາ​ແໜ້ນ​ເປັນ​ວົງ​ກວ້າງ ​ເຖີງຂັ້ນ​ເຮັດ​ໃຫ້ ​ປະຊາຊົນ​ໄດ້ ຮັບ​ຄວາມ​ລຳບາກ​ ໃນ​ກາຣຫາຍ​ໃຈ ດັ່ງ​ທ່ານ​ພັນ ຈັນທະ​ດາຣາ ປະຊາຊົນ​ຊາວ​ລາວ ແຂວງຫລວງ​ພຣະບາງ​ ໄດ້​ກ່າວ​ວ່າ:

“ດຽວ​ນີ້​ພາວະ​ອາ​ກາ​ສອົບ​ເອົ້າຫລາຍ ​ແລ້ວ​ກໍ​ຄວັນ​ໄຟ​ເຂົາ​ຈູດ​ບ້ານ ຈູດ​ໄຮ່​ນີ້​ຫລາຍ ​ເບີ່​ງມອງ​ບໍ່​ເຫັນ​ໜ່ວຍ​ພູ​ເລີຽ ຈູດ​ເອົາ​ທີ່​ເພື່ອ​ທຳ​ກາຣຜລິ​ຕ ຈູດ​ເຜົາ​ໄຮ່​ໃນ​ຊ່ວງ 1 ອາທິ​ຕ-2 ອາທິ​ຕນີ້​ນ໋າ”

ຊາວ​ລາວ​ຜູ້ນີ້​ ໄດ້​ແຈ້ງ​ເພີ່ມ​ວ່າ ​ເຣີ່ມ​ແຕ່​ເດືອນ ​ມີນາ​ ຂອງ​ທຸກໆ​ປີ ​ທົ່ວ​ແຂວງ ​ຫລວງ​ພຣະບາງ​ ຈະ​ປະສົບ​ກັບ ​ບັນຫາ​ທີ່ ​ປະຊາຊົນ​ ດຳ​ເນີນ​ກາຣ ຖາກ​ຖາງ​ປ່າ ​ແລະ​ຈູດເຜົາ​ໃນ​ເຂ​ຕພື້ນ ​ທີ່​ໃຜ​ມັນ​ເພື່ອ ຕຣຽມກາຣປູກຝັງ ​ເຖີງ​ແມ່ນ​ທາງ​ ກາຣ​ແຂວງ​ໄດ້ ​ພຍາ​ຍາມ​ບອກ ​ເຕືອນ​ເຖີງດ້ານ​ຜົລກະທົບ ຊື່​ງນອກຈາກ​ເປັນກາຣທຳລາຍ​ປ່າ​ແລ້ວ ຍັງ​​ໄດ້​ເຮັດ​ໃຫ້ ​ເກີດ​ມີ​ອາກາດ​ ອົບ​ເອົ້າ​ຕື່ມ​ອີກ ຊື່​ງ​ເປັນກາຣສົ່ງ ຜົລຕໍ່​ພາວະ​ເຮັດ ​ໃຫ້​ໂລກ​ຮ້ອນ​ ນຳ​ອີກ ດັ່ງ​ທີ່​ທ່ານ​ ໄດ້​ກ່າວ​ເພີ່ມ​ວ່າ:

“ມັນ​ເຮັດ​ໃຫ້ຫາ​ຍ​ໃຈ​ບໍ່​ຢາກ​ຄັກ​ແລ້ວນ໋າ ອາ​ກາສ​ແບບ​ນີ້​ນ໋າ ດຽວ​ນີ້​ກໍ​ບໍ່​ເຫັນ ​ເຮົາ​ມີ​ຫຍັງ​ວີ​ທີ​ທີ່​ແກ້​ໄຂ​ຈັກ​ເທື່ອ ດຽວ​ນີ້​ບໍ່​ມີ​ຫຍັງ​ນ໋າ ມີ​ແຕ່​ທຳ​ປ່າ​ຕາມ​ທັມມະ​ຊາຕດີ​ໝົດ​ຫັ້ນນ໋າ”

ກາຣ​ເຮັດ​​ໄຮ່​ ເລື່ອນລອຍ​ດັ່ງກ່າວ​ ໄດ້​ສ້າງ ຜົລກະທົບ​ໃນ​ ກາຣທຳລາຍ​ປ່າ ​ຢ່າງ​ຫລວງຫລາຍ​ ໃນ​ແຕ່ລະ​ປີ ພ້ອມ​ກັບ​ໄດ້​ສ້າງ ​ໃຫ້​​ເກີດ​ມີ​ຄວາມ ​ແຫ້ງ​ແລ້ງ ​ແຕ່​ປະຊາຊົນ​ກໍ​ຄົງ​ບໍ່​ມີ​ທາງ ​ເລືອກທີ່​ດີກ​ວ່າ ​ເພາະ​ຕ້ອງ​ໄດ້​ມີ ກາຣກະຕຣຽມ ປູກເຂົ້າ​ໄຮ່​ແລະ ພື​ຊພັນ​ຕ່າງໆ ​ເປັນ​ປະຈຳ​ຕລອດ​ມາ!!!

 

 

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.