ແຂວງຄຳມ່ວນ ບໍ່ມີດິນເຫລືອ ພໍທີ່ຈະໃຫ້ ສັມປະທານ
2009.10.29
ແຂວງຄຳມ່ວນ ບໍ່ສາມາດ ສນອງທີ່ດີນ ສັມປະທານ 25ພັນເຮັກຕາ ໃຫ້ກັບບໍຣິສັດ ຕ່າງຊາດ ທີ່ຕ້ອງການລົງທືນ ປູກຢາງພາຣາ ຍ້ອນວ່າມີພື້ນທີ່ ປ່າໄມ້ ບໍ່ພຽງພໍຕໍ່ການ ສັມປະທານ. ທາງບໍຣິສັດ ຈຳເປັນຕ້ອງໄດ້ ໄປຊອກຫາພື້ນທີ່ ໃນແຂວງອື່ນເພີ້ມ ທາງການແຂວງສາມາດ ສນອງໄດ້ພຽງແຕ່ 15ພັນເຮັກຕາ ເທົ່ານັ້ນ. ດັ່ງເຈົ້າຫນ້າທີ່ ຫ້ອງການກະສີກັມ ແລະປ່າໄມ້ແຂວງ ຄຳມ່ວນກ່າວວ່າ:
"ເຣື້ອງສັມປະທານ ທີ່ດີນ ຢູ່ແຂວງຄຳມ່ວນ ເຮົາຮັບຜິດຊອບ 25ພັນເຮັກຕາ ແຕ່ວ່າການສນອງ ຕົວຈີງນັ້ນ ເຮົາບໍ່ສາມດສນອງ ໄດ້ຫມົດຕາມທີ່ ຕ້ອງການ ກໍ່ຍັງປືກສາຫາລື ຢູ່ໃນເບື້ອງຣັຖບານ ຄັນສນອງໄດ້ ກໍ່ປະມານ 15ພັນເຮັກຕາ."
ທ່ານກ່າວຕໍ່ໄປວ່າ ຫາກທາງບໍຣິສັດ ຕ້ອງການດິນ 25ພັນເຮັກຕາ ໃນແຂວງຄຳມ່ວນນັ້ນ ທາງການແຂວງ ຈຳເປັນຕ້ອງໄດ້ ຊອກຊ່ອງທາງກັບ ຣັຖບານທີ່ຮ່ວມດ້ວຍ ກະຊວງກະສີກັມ ແລະ ປ່າໄມ້, ແຕ່ຄິດວ່າ ອາດຈະເປັນໄປ ໄດ້ຍາກ ແຕ່ສຳລັບພື້ນທີ່ໆ ສາມາດໃຫ້ ສັມປະທານໄດ້ ໃນຈຳນວນ 15ພັນເຮັກຕາ ນັ້ນ ຕາມຄວາມເປັນຈີງແລ້ວ ຈະບໍ່ຮອດ 15ພັນເຮັກຕາ ເພາະພື້ນທີ່ສ່ວນຫລາຍ ມີປະຊາຊົນ ເປັນເຈົ້າຂອງໃຊ້ ໃນການປູກຝັງ ທາງດ້ານການກະເສດ ໄປແລ້ວ.
ໃນຂນະດຽວກັນ ເຈົ້າຫນ້າທີ່ສີ່ງ ແວດລ້ອມ ຈາກແຂວງຄຳມ່ວນ ທ່ານນື່ງກໍ່ເວົ້າວ່າ ການໃຫ້ສັມປະທານ ທີ່ດີນ ໃນໂຄງການກະເສດ ປະເພດຕ່າງໆນັ້ນ ຈະສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ, ຣະບົບຊິວະນານາພັນ ແລະ ບ່ອນຢູ່ອາສັຍ ຂອງສັດປ່າ ກໍ່ຈະຖືກທຳລາຍ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ບັນຫາມັນເກີດຈາກ ກິຈການພັທນາ ມັນມີຕິດພັນ ກັບສີ່ງແວດລ້ອມ ການພັທນາທຸກໆ ອັນມັນມີບັນຫາ ຊີວະນານາພັນ ມັນກໍ່ຕ້ອງບໍ່ ຢູ່ໃນເຂດນັ້ນ ຖືວ່າໄປບຸກເບີກ ແລະ ປູກຕົ້ນໄມ້ຂື້ນ."
ເຈົ້າຫນ້າທີ່ສີ່ງ ແວດລ້ອມ ທ່ານນີ້ ຍັງບອກອີກວ່າ ການສັມປະທານ ພື້ນທີ່ນັ້ນຍັງ ຈະສົ່ງຜົລກະທົບ ຢ່າງຮ້າຍແຮງຕໍ່ ຊັພຍາກອນ ທັມມະຊາດ ແລະ ວິຖີຊີວີດ ຂອງປະຊາຊົນ ໃນຂົງເຂດແຫ່ງນັ້ນ ນຳອີກ.