ບໍ່ແກ້ວ ຂາດເຂີນນ້ຳລະໄຟຟ້າ
2009.03.30
ສະພາວະ ແຫ້ງແລ້ງໄດ້ສ້າງ ຜົລກະທົບຕໍ່ ປະຊາຊົນລາວ ໃນແຂວງບໍ່ແກ້ວ ຢ່າງຫລວງຫລາຍ ໃນຣະດູຮ້ອນ ຂອງປີ 2009 ນີ້ ຊື່ງກໍຮວມທັງ ບັນຫານ້ຳປະປາ ແລະ ໄຟຟ້າເກີດມີ ກາຣຕິດຄັດແລະ ບໍ່ມີພຽງພໍ ກັບຄວາມຕ້ອງກາຣ ຕລອດມາດັ່ງ ທ້າວ ໄຊຍະເດດ ແສງມະນີ ຣາສດອນເມືອງ ຫ້ວຍຊາຍ ໄດ້ກ່າວກ່ຽວກັບ ສະພາບຂອງ ແມ່ນ້ຳຂອງວ່າ:
“ເຣື່ອງພັຍແຫ້ງແລ້ງ ບໍ່ແກ້ວ ບໍປະສົບ ບັນຫາ ປະສົບບັນຫາ ແຕ່ເຣື່ອງໄຟ ແລະນ້ຳຊື່ໆ ໄຟຟ້າກັບ ນ້ຳມັກຂາດ ໄຟບໍພໍແລ້ວ ໄຟກໍມັກຕັດ ຄອມພີວເຕີຣ໌ ກໍເພໄປສອງ ໜ່ວຍແລະເປັນ ລັກສະນະແບບ ນີ້ເກືອບທຸກມື້ ສອງສາມມື້ຫລັງ ກໍເປັນໝົດມື້ ເລີຽກໍບໍ່ເຂົ້າ ໃຈຄືກັນວ່າ ມັນແກ້ໄຂຢູ່ ບ່ອນໃດ ຈື່ງຈະໄດ້”
ທ້າວໄຊຍະເດດ ໄດ້ກ່າວເພີ່ມວ່າ: ບັນຫາດັ່ງກ່າວ ມັກເກີດຂື້ນເລື້ອຍໆ ບາງມື້ທົ່ວເມືອງ ຫ້ວຍຊາຍ ບໍ່ມີໄຟຟ້າ ໃຊ້ຫລາຍກວ່າ 5 ຊົ່ວໂມງ ຫລືວ່າຖ້າມີ ກັບມາກໍເກີດມີ ກາຣຕິດຄັດເປັນ ປະຈຳຢູ່ບໍ່ຂາດ ເຮັດໃຫ້ຣະບົບ ກາຣໃຊ້ໄຟຟ້າ ໃນຄົວເຮືອນຂອງ ປະຊາຊົນໄດ້ຮັບຄວາມ ເສັຽຫາຍ ນອກຈາກນັ້ນ ທາງນ້ຳປະປາ ກໍມີບັນຫາ ເຊັ່ນ ດຽວກັນ ແລະບາງມື້ຮອດ ບໍ່ມີນ້ຳ ໄຫລເລີຽ:
“ນ້ຳກໍມາ ມາແລ້ວກາງຄືນ ບໍ່ (ແມ່ນ) ກາງເວັນ ບາງຄັ້ງໝົດມື້ ກໍບໍ່ມາ ໝົດມື້ເຮົາໃຊ້ ຜົລປະໂຍຊ ຫຍັງບໍ່ໄດ້ເລີຽ ແຕ່ວ່າກາງຄືນ ມາກໍໂຕ່ງໄວ້ ບາງທີເຮົາໂຕ່ງ ໄວ້ບາງ ເທື່ອກໍບໍ່ມາ ບາງຄົນກໍລືມ ລືມໄປເດິກໆ ມາກໍລົ້ນ ຖີ້ມຊື່ໆ”
ທ້າວໄຊຍະເດດ ໄດ້ແຈ້ງເພີ່ມວ່າ: ບັນຫາທັ້ງໝົດ ດັ່ງກ່າວນີ້ ທາງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ກໍບໍ່ໄດ້ມີ ກາຣ ປະກາສໃຫ້ ປະຊາຊົນ ຮັບຮູ້ນຳ ຫລືຈະມີກາຣ ແກ້ໄຂດ້ວຍ ວິທີໃດ ໂດຽສະເພາະ ໃນຣະຫວ່າງ ເທສກາຣ ບຸນປີໃໝ່ລາວ ທີ່ຈະມາເຖີງ ໃນໄວໆນີ້ນັ້ນ ຈະຫາວີທີ ແກ້ໄຂໄດ້ ຫລືບໍ? ເພື່ອໃຫ້ ປະຊາຊົນ ສາມາດສືບ ຕໍ່ງານສົງກາຣ ຕາມປະເພນີ ດ້ວຍກາຣສົງ ພຣະພຸທຣູບ ແລະຫລີ້ນນ້ຳຢ່າງ ສນຸກສນານກັນ ໄດ້ດ້ວຍວີທີໃດ?