ແຜນລົງທຶນປູກຕົ້ນໄມ້ ແຕ່ຕັດໄມ້ອອກຂາຍ

ນັກທຸຣະກິຈຕ່າງປະທດ ຍັງໃຊ້ແຜນລົງທຶນ ປູກຕົ້ນໄມ້ ໂດຍຂຸດຄົ້ນເອົາໄມ້ທີ່ມີ ໃນເຂດສັມປະທານນັ້ນ ອອກໄປຂາຍ ໂດຍທີ່ບໍ່ມີພາກສ່ວນ ໃດຮັບຜິດຊອບ.
ມະນີຈັນ
2009.12.21

ໃນບໍ່ຫລາຍປີມານີ້ ນັກທຸຣະກິຈຕ່າງປະເທດ ເຂົ້າມາລົງທຶນ ປູກຕົ້ນໄມ້ອຸດສາຫະກັມ ຢູ່ ສປປລາວ ໂດຍມີທ່າອ່ຽງຫລາຍເພີ່ມຂື້ນ. ການປູກຕົ້ນໄມ້ ເປັນສິນຄ້າທີ່ກວ່າ ນັ້ນມີທັງການປູກ ຕົ້ນຢາງພາລາ ຕົ້ນວິກ ໄມ້ສັກ ໄມ້ເກສນາ ແລະອື່ນໆ. ຕາມຣາຍງານຂ່າວ ຈາກທ້ອງຖິ່ນ.

ມາຮອດປັດຈຸບັນນີ້ ໂຄງການລົງທຶນຫລາຍໂຄງການ ໄດ້ສ້າງຜົນກະທົບ ອັນບໍ່ດີຕໍ່ການພັທນາ ເສຖກິຈ-ສັງຄົມຂອງລາວ. ມີຫລາຍບໍຣິສັດ ໄດ້ຂຸດຄົ້ນເອົາໄມ້ທີ່ມີ ຢູ່ໃນເຂດ ສັມປະທານນັ້ນອອກໄປຂາຍ ແລ້ວປະປ່ອຍທີ່ດິນ ໃຫ້ວ່າງເປົ່າແຫ້ງແລ້ງ ແລະ ບໍ່ມີການປູກຕົ້ນໄມ້ ແບບເປັນກະບະກະບວນໃສ່  ມີພຽງແຕ່ປູກຕົ້ນໄມ້ ບາງຊນິດໃສ່ ພໍເອົາເປັນອັນບັງໜ້າ ປະຊາຊົນ.

ປາກົດການແບບນີ້ ເກີດຂື້ນໃນຫລາຍ ທ້ອງຖິ່ນຂອງລາວ ໂດຍທີ່ບໍ່ທັນມີຂະແໜງການ ຫລືພາກສ່ວນໃດ ໃຫ້ຄໍາຊີ້ແຈງ ແລະສະແດງຄວາມ ຮັບຜິດຊອບຂອງຕົນ ຕໍ່ປະຊາຊົນ. ຍິ່ງໄປກວ່ານັ້ນ ຢູ່ຫລາຍແຂວງ ຍັງອະນຸມັດໃຫ້ ນັກລົງທຶນຕ່າງປະເທດ ສັມປະທານທີ່ດິນ ທີ່ຍັງບໍ່ທັນມີການຈັດສັນ ເຮັດໃຫ້ປະຊາຊົນ ຈຳຕ້ອງໄດ້ໂຍກຍ້າຍ ອອກໄປຫາຮັບຈ້າງຮັບບ່າຍກິນ.

ນັກວິຊາການ ຂອງອົງການຄຸ້ມຄອງ ທີ່ດິນແຫ່ງຊາດລາວ ທ່ານນຶ່ງ ກ່າວວ່າ ການໃຫ້ສັມປະທານທີ່ດິນ ສ່ວນຫລາຍຈະເນັ້ນໃສ່ ຕົວເລກການລົງທຶນ ໂດຍບໍ່ໄດ້ຄຳນຶງ ເຖິງຜົນກະທົບ ທີ່ຈະຕາມມາພາຍຫລັງ. ແລະວ່າສິ່ງດັ່ງກ່າວ ຈະສົ່ງຜົນກະທົບໃສ່ ແຜນພັທນາເສຖກິຈຂອງລາວ ໃນອະນາຄົດເພາະວ່າ ເນື້ອທີ່ປ່າໄມ້ຫລຸດລົງ ໄປນຳເລື້ອຍໆ. 

ສະຖິຕິປີ 2008 ຂອງທະນາຄານ ພັທນາເອເຊັຍ ADB ວ່າ ເນື້ອທີ່ປ່າໄມ້ ຍັງເຫລືອພຽງ 35 ສ່ວນຮ້ອຍ ຂອງເນື້ອທີ່ທັງໝົດຂອງລາວ.  ຕົວເລກນີ້ແຕກຕ່າງ     ກັບຕົວເລກຂອງທາງການລາວ ທີ່ວ່າເນື້ອທີ່ປ່າໄມ້ ຍັງເຫລືອຫລາຍກວ່າ 48 ສ່ວນຮ້ອຍ. ພ້ອມກັນນັ້ນບັນຫາດັ່ງກ່າວ ຍັງໄດ້ສົ່ງຜົນກະທົບ ໃສ່ເຂື່ອນໄຟຟ້າ ນ້ຳຕົກຫລາຍແຫ່ງ. ໃນຣະດູແລ້ງ ນ້ຳບໍ່ພຽງພໍ ເຊັ່ນເຂື່ອນນ້ຳທາ ກາຍເປັນ ຫໍພິພິຕພັນ. ສ່ວນເຂື່ອນນ້ຳເລິກ ເຂື່ອນເຊເສັດ, ເຂື່ອນນ້ຳງື່ມ ທ່າລາດ ແລະ ເຂື່ອນແຫ່ງອື່ນໆ ກໍພວມຈະເກີດວິກິດການ ຂາດເຂີນນ້ຳ. ຫລາຍແຫ່ງມີສະພາບແຫ້ງແລ້ງ ຫລືນ້ຳຖ້ວມ ແບບກະທັນຫັນ ແລະມີຂຶ້ນນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.