ການຟື້ນຟູ ປ່າໄມ້ ໃນອະນາຄົດ
2008.07.08
ປັດຈຸບັນ ສປປລາວ ມີໂຄງການ ການຟື້ນຟູ ປ່າໄມ້ ໂດຍໄດ້ຮັບ ການສນັບສນູນ ຈາກໜ່ວຍງານ ພາກຣັຖ ແລະ ເອກຊົນ, ຊຶ່ງນັກວິຊາການ ປ່າໄມ້ ທ່ານນຶ່ງ ສະແດງ ຄວາມເຫັນ ກ່ຽວກັບ ໂຄງການ ຟື້ນຟູ ປ່າໄມ້ ຕ່າງໆ ທີ່ເກີດຂຶ້ນ ໃນ ສປປລາວ ວ່າ:
“ປູກປະເພດ ພືດອຸດສາຫະກັມ ແຕ່ເຈົ້າ ກໍໄດ້ຕັດໄມ້ ແລະ ມາປູກໃໝ່ ຕາມທັສນະ ຂອງທາງດ້ານ ວິຊາການ ຂອງສິ່ງແວດລ້ອມ, ປ່າໄມ້ ທີ່ມີແລ້ວ ມັນຫລາຍແລ້ວ, ນັບມີຕົ້ນໄມ້ໃຫຍ່ແລ້ວ ບໍ່ຢາກໃຫ້ຕັດ ຢາກໃຫ້ຮັກສາໄວ້ ແລະ ກໍໄປປູກ ທີ່ອື່ນ ທີ່ມີຕົ້ນໄມ້ ທີ່ບໍ່ສົມບູນແບບ.”
ທ່ານ ກ່າວຕື່ມວ່າ ປັດຈຸບັນ ມີການສັມປະທານ ພື້ນທີ່ດິນ ໃຫ້ກັບ ບໍຣິສັດ ຂອງຈີນ ທີ່ເຂົ້າໄປ ລົງທຶນ ໃນລາວ ຫລາຍພໍສົມຄວນ, ຊຶ່ງເຮັດໃຫ້ ມີການຖາງປ່າ ເພື່ອປູກ ພືດອຸດສາຫະກັມ ເຊັ່ນ ຕົ້ນຢາງ ພາລາ, ໄມ້ເກສນາ ແລະ ໄມ້ສັກ, ຊຶ່ງການກະທໍາ ດັ່ງກ່າວ ເຮັດໃຫ້ປ່າໄມ້ ທີ່ເຄີຍມີຢູ່ ໝົດສິ້ນໄປ.
ປັດຈຸບັນ, ເຖິງແມ່ນວ່າ ປ່າໄມ້ ໃນ ສປປລາວ ຖືກທໍາລາຍ ຢ່າງຫລວງຫລາຍ, ຊຶ່ງ ເກີດຜົນກະທົບ ຕໍ່ສະພາບ ພູມອາກາດ ໃນທົ່ວໂລກ, ຮວມທັງ ຄວາມສົມດຸນ ໃນດ້ານອື່ນໆ ອີກດ້ວຍ. ທ່ານ ກ່າວເຖິງ ການແກ້ໄຂ ບັນຫາ ສິ່ງແວດລ້ອມ ໃນປັດຈຸບັນ ວ່າ:
“ກ່ຽວກັບ ການພັທນາ ສິ່ງແວດລ້ອມ ຕ້ອງຍຸຕິ ໃນການທໍາປ່າໄມ້ ຢ່າງຊິ້ນເຊີງ.”
ເຖິງແມ່ນວ່າ ທາງຣັຖບານ ຈະອອກກົດໝາຍ ຕ່າງໆ ກ່ຽວກັບ ການຫ້າມບຸກລຸກ ປ່າສງວນແຫ່ງຊາດ, ການລັກລອບ ຕັດໄມ້ ຫລື ການຄ້າໄມ້ເຖື່ອນ, ແຕ່ວ່າ ບັນຫາ ຕ່າງໆ ກ່ຽວກັບ ເຣື້ອງນີ້ ກໍຍັງ ຄົງເປັນບັນຫາ ທີ່ຍັງ ບໍ່ມີທາງສາມາດແກ້ໄຂ ໃຫ້ໝົດໄປໄດ້ ຈາກ ສປປລາວ.
ທ່ານ ສລຸບ ໃນຕອນທ້າຍ ວ່າ ການບຸກລຸກ ປ່າໄມ້ ໃນປັດຈຸບັນນີ້ ຈະເພີ້ມ ຄວາມຮຸນແຮງ ຫລາຍຂຶ້ນ, ຊຶ່ງສາມາດ ປ້ອງກັນໄດ້ ໂດຍ ເຮັດຫລັກໝາຍ ຫລື ເຄື່ອງໝາຍ ໃຫ້ຊັດເຈນ ເພື່ອບອກໃຫ້ຮູ້ ວ່າ ເປັນເຂດປ່າ ປະເພດໃດ. ການແກ້ໄຂ ບັນຫານີ້ ສໍາຄັນ ທີ່ສຸດ ຢູ່ທີ່ການປະຕິບັດງານ ຂອງເຈົ້າໜ້າທີ່ ພາກຣັດ ທີ່ເປັນໄປດ້ວຍ ຄວາມຊື່ສັດ ຕໍ່ໜ້າທີ່, ເອົາຈິງເອົາຈັງ ແລະ ປະຕິບັດ ຕາມກົດໝາຍ.