ຕຳຣວດໄທ ຍຶດສັດປ່າ ແລະພຶດ ຢູ່ຕລາດ ຊາຍແດນ

ຕຳຣວດໄທ ຍຶດສັດປ່າ ແລະພຶດທີ່ຫາຍາກ ໄດ້ຫລາຍ ທີ່ຊາວລາວນຳໄປ ຂາຍຢູ່ຕລາດຊາຍແດນ ໃນແຂວງ ໜອງຄາຍຂອງໄທ.
ອາວະຣີ
2009.02.16

ເມື່ອວັນອາທິດ ວັນທີ່ 15 ກຸມພານີ້ ເຈົ້າໜ້າທີ່ສັດປ່າ ປ່າໄມ້ແລະຕຳຣວດແຂວງ ໜອງຄາຍຂອງໄທ ໄດ້ໄປກວດກາສິນຄ້າ ທີ່ຕລາດຊາຍແດນ ຫລືທີ່ໄທມັກເອີ້ນວ່າ ຕລາດຜ່ອນປົນ ທີ່ບ້ານເປັ່ງຈານ ເມືອງຣັດຕະນະວາປີ ແຂງໜອງຄາຍແລະ ເຈົ້າໜ້າທີ່ໄດ້ພົບ ເຫັນແລະຍຶດສັດປ່າ ແລະພືດທີ່ຫາຍາກ ຫລາຍຊະນິດທີ່ຊາວລາວ ນຳໄປວາງຂາຍ.

ເຈົ້າໜ້າທີ່ຕຳຣວດເວົ້າວ່າ ສັດປ່າແລະພືດ ທີ່ຫາຍາກຫລືກ້ວຍໄມ້ ທີ່ຖືກຍຶດຄັ້ງນີ້ ມີຈຳນວນຫລວງ ຫລາຍຈົນນັບບໍ່ໄດ້; ສັດປ່າມີທັງໂຕເປັນ ແລະໂຕຕາຍຫລື ໂຕທີ່ຄົວແລ້ວ. ສັດປ່າໂຕເປັນກໍມີ ນົກກົດ ນົກເງືອກ ແລະກະຮອກ; ສ່ວນສັດທີ່ຄົວແລ້ວກໍມີ ເໝັ້ນ ໝູ່ປ່າ ຫລິ່ນ ແລະເຄື່ອງໃນສັດປ່າ; ສຳຣັບກ້ວຍໄມ້ກໍມີ ກ້ວຍໄມ້ຕະກຸນຊ້າງ ຕະກູນຫວາຍແລະຕະກູນເອື້ອງ.

ທ່ານ ທັບສິນ ຈົງດີ ນັກວິຊາການປ່າໄມ້ ແຂວງໜອງຄາຍເວົ້າວ່າ ຊາວລາວມັກນຳເອົາ ສັດປ່າແລະພືດຊະນິດ ຕ່າງໆມາຂາຍຢູ່ຕລາດຜ່ອນ ເປັນປະຈຳທຸກໆວັນອາທິດ; ບາງເທື່ອສັດປ່າທີ່ຄົວແລ້ວ ຖືກສີດຢາກັນບູດໃສ່ ຈົນແມງວັນກໍບໍ່ກ້າຕອມ ເພາະອາດເປັນຢາເບື່ອ; ຕົວຢ່າງ ຫລິ່ນ ຖືກສີດຢາຟໍມາລິ່ນໃສ່ ເພື່ອສົ່ງໄປຂາຍຕ່າງປະເທດ.

ສຳຣັບສັດປ່າແລະກ້ວຍໄມ້ ທີ່ເຈົ້າໜ້າທີ່ໄທຍຶດ ໄດ້ເທື່ອນີ້ນັ້ນ ເຈົ້າໜ້າທີ່ຈະມອບສັດເປັນ ໃຫ້ແກ່ປ່າສງວນ ຈະສົ່ງສັດທີ່ຄົວແລ້ວ ໄປຈູດເຜົາເພື່ອປ້ອງກັນ ເຊື້ອໂຣກຕິດແປດ ແລະຈະມອບກ້ວຍໄມ້ໃຫ້ ແກ່ຜແນກປ່າໄມ້ ແຂວງໜອງຄາຍເພື່ອ ນຳໄປຮັກສາໄວ້.

ປະກົດວ່າເຈົ້າໜ້າທີ່ໄທ ຍຶດແຕ່ສັດປ່າ ແລະພືດເທົ່ານັ້ນ ແຕ່ບໍ່ຈັບກຸມພວກພໍ່ຄ້າ ແມ່ຄ້າສິ່ງເຫລົ່ານີ້ເລີຍ. ໄທຫ້າມຄ້າຂາຍສັດປ່າ ແລະພືດຫລາຍຊະນິດ ຕາມກົດໝາຍຣະຫວ່າງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.