ການຣົນນະຣົງ ອະນຸຣັກສັດປ່າ ທີ່ນະຄອນຫລວງວຽງຈັນ
2009.12.03

ການຣົນນະຣົງ ຕ້ານການຄ້າສັດປ່າ ໃນລາວເທື່ອນີ້ ແມ່ນຈັດຂື້ນໃນຊ່ວງ ທີ່ຈະມີການແຂ່ງຂັນ ຊີເກມສ໌ໃນລາວ ຈາກວັນທີ 9 ຫາວັນທີ 18 ທັນວາ ຊື່ງເປັນໂອກາດ ຂອງກຸ່ມດັ່ງກ່າວ ທີ່ຈະໄດ້ຊັກຊວນໃຫ້ປະຊາຊົນ ຈາກຕ່າງປະເທດ ຜູ້ທີ່ມາເບີ່ງການແຂ່ງຂັນ ກິລາໃນລາວ ໃຫ້ຮູ້ເຖີງຄວາມສຳຄັນ ໃນການອະນຸຣັກສັດປ່າ ໃນຂົງເຂດນຳອີກ.
ທ່ານ ຄຳແສງ ວົງໂພສີ ຮອງຣັຖມົນຕຣີກະສີກັມ ແລະປ່າໄມ້ລາວ ນື່ງໃນຈຳນວນ ຜູ້ເຂົ້າຮ່ວມໃນການ ຣົນນະຣົງ ໄດ້ສະແດງຄວາມເປັນຫ່ວງ ໃນບັນຫາດ້ານນີ້ ທ່ານໄດ້ຮຽກຮ້ອງ ໃຫ້ຄົນລາວໃນທົ່ວປະເທດ ໃຫ້ຄວາມສຳຄັນ ໃນການອະນຸຣັກສັດປ່າ ເພາະມັນເປັນຊັພສົມບັດ ອັນລ້ຳຄ່າຂອງປະເທດຊາດ.
ທ່ານວ່າ ຣັຖບານລາວຢາກ ເນັ້ນເຖີງຄວາມສຳຄັນ ໃນການປົກປ້ອງສັດປ່າ ໃນລາວຫລືໃນປະເທດ ເພື່ອນບ້ານແກ່ນັກທ່ອງທ່ຽວ ແລະຄົນລາວໂດຍທົ່ວໄປ ໃຫ້ຮູ້ເຖີງຄວາມ ສຳຄັນ ໃນການປົກປ້ອງສັດປ່າ ປະຕິເສດຕໍ່ການ ຊື້ແລະຂາຍສັດປ່າ ເພື່ອມາບໍຣິໂພກ ເພາະສັດປ່າເປັນ ພາກສ່ວນທີ່ຈະ ໃຫ້ຄວາມຊຸ່ມຊື່ນ ຕໍ່ຣະບົບນິເວດ ແລະທັມມະຊາດ ຮ່ວມດ້ວຍຊີວີດ ການເປັນຢູ່ຂອງມະນຸດ ໂດຍທົ່ວໄປໃນໂລກ.