ຊາວບ້ານ ໂຍກຍ້າຍ ຈາກບໍຣິເວນ ບໍ່ຄໍາ

ທາງການກ່ຽວຂ້ອງ ສປປລາວ ໂຍກຍ້າຍ ຊາວບ້ານຫລາຍຮ້ອຍຄົນ ອອກຈາກ ບໍຣິເວນ ບໍ່ຄຳ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ປະປົນ ໄປດ້ວຍສານພິດ.

ການໃຊ້ສານເຄມີ ທີ່​​ເປັນພິດໃນການຂຸດຄົ້ນແຮ່ທາດຄຳ ທີ່ເມືອງຄຳເກີດແຂວງບໍຣິຄຳ​ໄໃນຍະຫລັງໆມານີ້ເຮັດໃຫ້ຊາວບ້ານ ຫລາຍຮ້ອຍຄົນ ໄດ້ຮັບຜົລກະທົບ ຈາກການຫາຢູຸ່ຫາກີແລະ ການໃຊ້ນ້ຳ ຕາມແມ່ນ້ຳລຳທານໃນເຂດດັ່ງກ່າວ ທາງການກ່ຽວຂ້ອງ ຂອງແຂວງຈື່ງມີການໂຍກຍ້າຍປະຊາຊົນ ອອກຈາກ ເຂດດັ່ງກ່າວ​ເພື່ອຄວາມປອດພັຍ ຂອງພວກຂະເຈົ້າ. ດັ່ງເຈົ້າຫນ້າທີ່ ທ່ານນື່ງໃຫ້ກ່າວວ່າ:

ຍ້ອນເຫດຜົລ ດັ່ງກ່າວ ກໍ່ໄດ້ຍ້າຍປະຊາຊົນໃນ 7 ມູ່ບ້ານ ອອກຈາກພື້ນທີ່ເພາະວ່າຂະເຈົ້າຈະໃຊ້ນ້ຳ ຂະເຈົ້າ ຈະຫາກີນ ຕາມແຫລ່ງ ທັມມະຊາດ ທີ່ຢູ່ອາສັຍໃນບໍຣິເວນ ດັ່ງກ່າວ ກໍ່ແນ່ນອນ ທີ່ຈະມີຜລົກະທົບທີ່ບໍ່ດີໃນອານາຄົດ.”

ທ່ານວ່າ ທາງການ ຈະຈັດສັນຊາວບ້ານ ໃນ 7 ຫມູ່ບ້ານ ຈາກຄຳເກີດ ໄປຢູ່ເມືອງບໍຣິຄັນໃນພື້ນທີ່ ທີ່ພວກຂະເຈົ້າ ຈະສາມາດ ປູກຝັງທຳມາຫາກີໄດ້ແລະ ຈະມີການຈ່າຍຄ່າຊົດເຊີຍ ໃຫ້ ຊື່ໃນປັດຈຸບັນ ຊາວບ້ານບາງຄົນ ກໍ່ຍັງບໍ່ຮູ້ເຖີງ ອັນຕຍ ທີ່ຈະເກີດຂື້ນ ກັບພວກຂະເຈົ້າ ຈາກສານເຄມີເທົ່າເຖີງປັດຈຸບັນ ກໍ່ຍັງ ບໍ່ມີລາຍງານວ່າ ມີການເຈັບປ່ວຍ ເກີດຂື້ນກັບຊາວບ້ານ ຍ້ອນເຫດການ ດັ່ງກ່າວນີ້​ເທື່ອ. ຫນ່ວຍງານ ດ້ານສີ່ແວດລ້ອມ ກໍ່ໄດ້ຕັກເຕືອນ ບໍຣິສັດກ່ຽວກັບການໃຊ້ສານເຄມີ ທີ່ເປັນພິດແຕ່ກໍ່ບໍຟັງ ຈື່ງສັ່ງໃຫ້ ມີການປີດໂຮງງານດັ່ງກ່າວ ທ່ານກ່າວ​ ​ເພີ້ມອີກວ່າ:

”​ເຕືອນຫລາຍຄັ້ງແລ້ວ ຖືກເຕືອນແລ້ວ ກໍ່ຖືກເຮັດ ບົດບັນທືກມາຫລາຍຄັ້ງແລ້ວຍັງ ປ່ອຍສີ່ ດີລົງແມ່ນ້ຳເຮັດໃຫ້ແມ່ນ້ຳເປື້ອນເປີ້ໄປດ້ວຍສານຊາຍນາຍ ກໍ່ໃກ້ຄຽງກັບປຮອນນັນແລ້ວ.

​​ໃນທີ່ສຸດ ທ່ານວ່າ ທາງການແຂວງຈະທຳການບຳບັດນ້ຳເສັຽ ໃນສຖານທີ່ ແຫ່ງນັ້ນ ໃຫ້ກັບຄືນ ມາແບບແຫລ່ງນ້ຳທັມມະຊາດ ຕາມເຄີຍແຕ່ຕ້ອງໃຊ້ເວລາດົນນານ, ສຳລັບບໍ່ຄຳແຫ່ງນັ້ນ ຣັຖບານລາວ ຈະເຂົ້າມາດຳເນີນກິຈການເອງ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org