ກາຣພັທນາບ໊ອກໄຊ໊ ອາຈມີຜົລກະທົບ

ໂຄງກາຣພັທນາ ບ໊ອກໄຊ໊ ອາຈສົ່ງຜົລກະທົບ ຕໍ່ຣະບົບ ຊົລປະທານ
ຫວາດ ສີມູນ
2010.07.22

ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ແຂວງອັຕປື ເປີດເຜີຽວ່າ ໂຄງກາຣພັທນາ ຂຸດຄົ້ນແຮ່ບ໊ອກໄຊ໊ (Bauxite) ທີ່ກຳລັງ ມີກາຣສຳຣວຈ ຢູ່ໃນເຂຕພື້ນທີ່ໃນ 3 ແຂວງທາງພາຄໃຕ້ ຂອງລາວ ໃນພື້ນທີ່ຂນາດໃຫຍ່ ເປັນບໍຣິເວນກວ້າງ ຈຶ່ງເປັນຫ່ວງຢ້ານຈະ ສ້າງຜົລກະທົບ ຕໍ່ຣະບົບຊົລປະທານ ທີ່ກຳລັງມີ ກາຣພັທນາ ໃນປັຈຈຸບັນນີ້ ນັ້ນເຊັ່ນກັນ:

“ນອກຈາກນັ້ນ ເຣື່ອງຊົລປະທານ ຂອງຂ້າພະເຈົ້າ ກະສິໄດ້ມີ ຜົລກະທົບອີກ ຢູ່ເຊນ້ຳນ້ອຍນີ້ ກຳລັງກໍ່ສ້າງ ຫລືວ່າເຊປ່ຽນ ສິ່ງທີ່ເຮົາວາງໄວ້ ວ່າສິໄດ້ 3,000 ເຮກຕ໊າ ມັນກໍສິຫລຸດລົງ ເພາະວ່າ ນ້ຳ ມັນກໍຈະເກິດນ້ອຍລົງ ວ່າຊັ້ນສາ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສະພາບກາຣຂຸດຄົ້ນ ບໍ່ແຮ່ ໃນບາງໂຄງກາຣ ໃນປັຈຈຸບັນນີ້ນັ້ນ ໄດ້ເຮັດໃຫ້ເກີດ ຜົລກະທົບຕໍ່ ສິ່ງແວດລ້ອມ ຢ່າງຫລວງຫລາຍ ຈາກຄວາມ ເປິເປື້ອນຂອງສາຣເຄມີ ແລະສິ່ງເສດເຫລືອຕ່າງໆ ທີ່ໄຫລລົງສູ່ ຊັພຍາກອນນ້ຳ ທີ່ເຮັດໃຫ້ທາງ ເຈົ້າໜ້າທີ່ມີຄວາມ ເປັນຫ່ວງ ຖ້າຫາກວ່າມີກາຣ ເຣີ່ມລົງມືໃນໂຄງກາຣ ຂຸດຄົ້ນແຮ່ບ໊ອກໄຊ໊ ໃນຂັ້ນຕໍ່ໄປ.

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວເພີ່ມວ່າ ທາງກາຣກ່ຽວຂ້ອງ ຄວນທີ່ຈະມີກາຣ ປຶກສາຫາຣື ແລະຮ່ວມກັນສຶກສາ ຂໍ້ມູລທີ່ແທ້ຈິງ ຢ່າງຮອບຄອບເສັຽກ່ອນ ເພື່ອອອກແບບ ຈັດກາຣນຳໃຊ້ ຊັພຍາກອນນ້ຳ ແລະກໍເພື່ອເປັນກາຣ ປ້ອງກັນບໍ່ໃຫ້ເກີດ ຜົລກະທົບຕໍ່ຣະບົບ ກາຣໃຊ້ນ້ຳຊົລປະທານ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.