ສອງບໍຣິສັດ ເຊັນສັນຍາ ຂຸດແຮ່ໃນລາວ
2009.04.16
ອີງຕາມຖ້ອຍ ຖແລງຂອງ ບໍຣິສັດ ອາມັນຕາ ເມື່ອວັນທີ 15 ເມສານີ້. ພາຍໄຕ້ຂໍ້ຕົກ ລົງກັນນັ້ນ ບໍຣິສັດ JOMEG ຂອງຍີ່ປຸ່ນມີ ທາງເລືອກເປັນ ເຈົ້າຂອງຫຸ້ນສ່ວນ
ໂຄງການດັ່ງກ່າວ 51% ໂດຍລົງທືນ 3 ລ້ານ usd ຈາກນີ້ໄປຫາ ກ່ອນວັນທີ 31 ມິນາ ປີ 2012. ສ່ວນບໍຣິສັດ ອາມັນຕາ ຈະເປັນຜູ້ ປະກອບການ ແລະມີລາຍໄດ້ ເຖິງ 10% ຈາກລາຍຈ່າຍ ຂອງໂຄງການ. ບໍຣິສັດ JOGMEG ສາມາດຢຸດເຊົາ ຖືຫຸ້ນຂອງ ໂຄງການເວລາ ໃດກໍໄດ້ ຫລັງຈາກໄດ້ ລົງທືນໄປແລ້ວ 8 ແສນໂດລາ ສະຫະຣັຖ ແລະຈະບໍ່ໄດ້ ຮັບຄ່າດອກເບັ້ຽ ເວັ້ນເສັຽຈາກວ່າ ໄດ້ລົງທືນຄົບ ຈໍານວນເງິນ 3 ລ້ານ usd. ເວລານີ້ ສອງບໍຣິສັດ ນີ້ໄດ້ສເນີໃຫ້ ຣັຖບານລາວ ຊາບແລ້ວ ກ່ຽວກັບຂໍ້ ຕົກລົງຮ່ວມກັນ ເພື່ອໃຫ້ຣັຖບານ ລາວອານຸມັດ.
ບໍຣິສັດ ອາມັນຕາ ໄດ້ລົງນາມ ສັນຍາສໍາຣວດ ແລະພັທນາ ໂຄງການຂຸດຄົ້ນ ແຮ່ທາດທອງແດງ ຢູ່ແຂວງ ຫລວງນໍ້າທາ ກັບຣັຖບານລາວ ເມື່ອເດືອນ ມິນາ ປີ 2008. ເນື້ອທີ່ ທີ່ຈະສໍາຣວດ ມີທັງໝົດ 200 km2 ຊື່ງການສໍາຣວດ ໃນເບື້ອງຕົ້ນ ນັ້ນພົບເຫັນວ່າ ເນື້ອທີ່ 6 km2 ມີແຮ່ທາດ ທອງແດງສະສົມ ຢູ່ຢ່າງ ໜາແໜ້ນເຖິງ 6%
ແລະແຮ່ທາດເງິນ ມີເຖິງ 13 ອອນຕໍ່ ແຮ່ຫີນນື່ງໂຕນ ນອກນັ້ນຍັງ ມີແຮ່ທາດ Molybden ທີ່ມີຄ່າສູງ ປົນຢູ່ນໍາ ອີກດ້ວຍ.