ເຂື່ອນໄຊຍະບູຣີ ໃນໂຄງຮ່າງແບບໃໝ່
ໂຄງການສ້າງ ເຂື່ອນ ໄຊຍະບູຣີ ຈະເດີນຫນ້າ ຕາມໂຄງຮ່າງ ທີ່ອອກແບບ ໃຫມ່.
-
ສິດນີ
2012-10-24 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ລາວ ຜູ້ທີ່ ບໍ່ປະສົງ ອອກຊື່ເວົ້າວ່າ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຍັງຈະເດີນຫນ້າ ຫລັງຈາກມີການ ອອກແບບໃຫມ່ ເພາະໂຄງຮ່າງ ແບບໃຫມ່ນີ້ ຈະບໍ່ສົ່ງ ຜົລກະທົບ ຂ້າມແດນໄປຍັງ ປະເທດເພື່ອນບ້ານ ແລະ ຣະບົບນິເວດ ສັດສາວາສີ່ງ ຊີວີິດ ການເປັນຢູ່ ຂອງປະຊາຊົນ ຕາມລຳແມ່ນ້ຳຂອງ ພໍປານໃດ. ສ່ວນນັກເຄື່ອນໄຫວ ຊາວໄທ ຍັງມີການ ຕໍ່ຕ້ານ ການສ້າງເຂື່ອນ ນີ້ຢູ່ ດັ່ງນັກຕໍ່ຕ້ານ ຊາວໄທ ຄົນນື່ງເວົ້າວ່າ:
"ການສ້າງເຂື່ອນ ຕາມລຳແມ່ນ້ຳຂອງ ຈະເປັນ ຂ້າງເທີງຂ້າງລຸ່ມ ຈະສ້າງຢູ່ບ່ອນໃດ ກໍຈະສົ່ງ ຜົລກະທົບ ຢູ່ແລ້ວ".
ເຈົ້າຫນ້າທີ່ລາວ ທ່ານນັ້ນ ເວົ້າຕໍ່ໄປວ່າ ການອອກແບບໃຫມ່ ກໍແມ່ນ ສ້າງບັນໃດ ໃຫ້ໝູ່ປາ ສາມາດລອຍຂື້ນລົງ ຕາມຣະດູການ ໄດ້ຄືເກົ່າ ຕະກອນຫລືດີນຕົມ ທີ່ອຸດົມສົມບູນ ໃນລຳນ້ຳຂອງ ກໍຈະສາມາດ ໄຫລຜ່ານໄດ້ ຈະເປັນເຂື່ອນນ້ຳລິນ ແບບຫລາຍປະເທດ ທີ່ເຂົາສ້າງຂື້ນ ໃນຢູໂຣບ ແລະອະເມຣິກາໃຕ້ ໃນທຸກມື້ນີ້.
ກ່ອນການກໍ່ສ້າງ ເຂື່ອນໄຊຍະບູຣີ ຈະຕ້ອງໄດ້ ໂຍກຍ້າຍກວ່າ 12 ຫມູ່ບ້ານ ໃນຈຳນວນ 40 ຫມູ່ບ້ານ ທີ່ຈະໄດ້ຮັບ ຜົລກະທົບ ຈາກນ້ຳຖ້ວມ ແຕ່ບໍຣິສັດກໍ່ສ້າງ ຈະຈ່າຍຄ່າຊົດເຊີຍ ທີ່ສົມເຫດສົມຜົລ ໃຫ້ຊາວບ້ານ ຈະປຸກເຮືອນໃຫ້ຢູ່ ຈະຈັດສັນທີ່ດີນ ໃຫ້ທຳມາຫາກີນ ຮ່ວມທັງ ໂຮງຫມໍ ໂຮງຮຽນ ສຳລັບ ລູກຂະເຈົ້າ.
ຊາວບ້ານຫລາຍຄົນ ຍັງບໍ່ພໍໃຈ ທີ່ຈະຖືກ ໂຍກຍ້າຍ ແຕ່ກໍບໍ່ສາມາດ ຂັດຂວງໄດ້ ເພາະເປັນຄຳສັ່ງ ຂອງຣັຖບານ ແລະ ກໍເປັນໂຄງການ ພັທນາເສຖກິດ ຂອງຊາດ ແຕ່ບາງຄົນ ກັບພໍໃຈ ເພາະຈະໄດ້ ເຮືອນຢູ່ໃຫມ່.
ເຂື່ອນໄຊຍະບູຣີ ເປັນເຂື່ອນກັ້ນນ້ຳຂອງ ແຫ່ງທຳອິດ ໃນລາວ ແລະເປັນເຂື່ອນ ທີ່ຂັດແຍ່ງກັບ ປະເທດເພື່ອນບ້ານ ແລະ ກຸ່ມຊາວໄທ ລຸ່ມແມ່ນ້ຳຂອງ ຈາກ 7 ແຂວງ ພາກອີສານ ຂອງໄທ ທີ່ບໍ່ເຫັນພ້ອມ ໃນການສ້າງເຂື່ອນ ໄຊຍະບູຣີ.