ຄນະກັມມາທິການ ແມ່ນໍ້າຂອງຄວນຍຸບ

ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ໃນໄທ ເຫັນວ່າຄວນຍຸບ ຄນະກັມມາທິການ ແມ່ນໍ້າຂອງ.


ກົດຟັງສຽງ

ກຸ່ມນັກເຄື່ອນໄຫວ ອະນຸຮັກ ສິ່ງແວດລ້ອມ ໃນປະເທດໄທ ໄດ້ປຶກສາ ຫາລືກັນ ກ່ຽວກັບໜ້າທີ່ ຄວາມຮັບຜິດຊອບ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ຫລື MRC ເພື່ອຢາກຮູ້ວ່າ ມີຄວາມຈິງໃຈ ທີ່ຈະແກ້ໄຂ ບັນຫາ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ແທ້ຫລືບໍ່ ເພາະວ່າປະເທດ ທີ່ມີ ແມ່ນ້ຳຂອງ ໄຫລຜ່ານ ມີໂຄງການ ສ້າງເຂື່ອນ ກັ້ນ ແມ່ນ້ຳຂອງ ຮອດ 11 ບ່ອນ ຊຶ່ງຈະສົ່ງ ຜົນກະທົບ ຕໍ່ການເປັນຢູ່ ຂອງປະຊາຊົນ ແລະສິ່ງແວດລ້ອມ ຢ່າງມະຫາສານ. ອາຈານ ນິວັຕຮ້ອຍແກ້ວ ນັກເຄື່ອນໄຫວ ອະນຸຮັກ ແມ່ນ້ຳຂອງ ຈາກກຸ່ມຮັກ ຊຽງຮາຍ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"15 ປີເຫັນກັນຢູ່ MRC ເຮັດຫຍັງແນ່ ກັບແມ່ນ້ຳຂອງ ແລ້ວ MRC ເຮັດຫຍັງແນ່ ກັບການຮ່ວມມື ກັບຊາວບ້ານ ຂ້າພະເຈົ້າຄິດວ່າ MRC ບໍ່ໄດ້ເຮັດ ຫຍັງເລີຍ ກ່ຽວດ້ານການ ຮ່ວມມືກັບ ຊາວບ້ານ ຫາກຈະເວົ້າໄປແລ້ວ ບັນຫາຂອງ ແມ່ນ້ຳຂອງ ເວົ້າກັບ MRC ກໍບໍ່ເຂົ້າໃຈ".

ທ່ານເວົ້າຕໍ່ໄປວ່າ ໜ້າທີ່ຄວາມ ຮັບຜິດຊອບຫລັກ ຂອງ MRC ກໍຄືການ ຮັກສາ ນະໂຍບາຍ ເພື່ອອະນຸຮັກ ສິ່ງແວດລ້ອມ ເຮັດໃຫ້ມີການ ພັທນາ ທີ່ຍືນຍົງ ເຮັດໃຫ້ເກີດ ການຮ່ວມມື ໃນພູມີພາກ ໂດຍມີຄວາມ ເທົ່າທຽມກັນ ທາງເສຖກິດ ແລະສັງຄົມ. ໂດຍຮວມແລ້ວ ເພື່ອໃຫ້ສາມາດ ສົ່ງເສີມ ຊີວິດການ ເປັນຢູ່ຂອງ ປະຊາກອນ ໃນລຸ່ມ ແມ່ນ້ຳຂອງ ທີ່ໃຊ້ສາຍ ແມ່ນ້ຳຂອງ ໃຫ້ດີຂຶ້ນ.

ທ່ານເວົ້າຕໍ່ໄປວ່າ MRC ບໍ່ຮັບຜິດຊອບ ຕໍ່ໜ້າທີ່ ທີ່ໄດ້ລະບຸໄວ້ ມີແຕ່ ສນັບສນູນ ແລະ ມີສ່ວນຮ່ວມ ໃນການສົ່ງເສີມ ໃນໂຄງການ ສ້າງເຂື່ອນໃສ່ ແມ່ນ້ຳຂອງຊ້ຳ. ແຕ່ 10 ປີຜ່ານມາ MRC ໄດ້ສຳຣວດ ພື້ນທີ່ແມ່ນ້ຳຂອງ ຢ່າງລະອຽດ ເພື່ອສຶກສາຄົ້ນຄວ້າ ເບິ່ງຄວາມເໝາະສົມ ໃນການ ສ້າງເຂື່ອນໃສ່. ໃນລະຍະ 3 ປີ ຜ່ານມານີ້ ເຫັນວ່າ ລາວ, ໄທ ກຳພູຊາ ໂດຍສະເພາະ ລາວ ມີໂຄງການ ທີ່ຈະສ້າງເຂື່ອນ ກັ້ນລຳແມ່ນ້ຳຂອງ ຮອດ 3 ບ່ອນ ໂດຍບໍ່ຄຳນຶງ ເຖິງຊີວິດ ການເປັນຢູ່ ຂອງປະຊາຊົນ ຊາວບ້ານ ແລະ ສາຍນ້ຳຂອງເລີຍ.

ດັ່ງນັ້ນອົງການ NGO ໃນໄທ ຈຶ່ງເຫັນວ່າ ສົມຄວນຍຸບ MRC ລົງສະ ຫາກບໍ່ເຮັດໜ້າທີ່ ທີ່ເປັນປໂຍດ ຕໍ່ປະຊາຊົນ ແລະ ແມ່ນ້ຳຂອງ ຊຶ່ງຜິດຕໍ່ ຈຸດປະສົງ ທີ່ຕັ້ງຂຶ້ນມາ. ອາຈານ ນິວັຕຮ້ອຍແກ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org