ນໍ້າຂອງບົກ, ຍາກ ໃນການແລ່ນເຮືອ

ແມ່ນ້ຳຂອງ ກຳລັງ ບົກແຫ້ງ ໂດຍສະເພາະ ຢູ່ທາງພາກເໜືອ ຂອງລາວ ນ້ຳໄດ້ແຫ່ງລົງ ຫລາຍແຫ່ງລົງຈົນ ເຮືອສິນຄ້າ ຂນາດໃຫຍ່ ຂນາດ ແຕ່ 300 ຕັ່ນຂື້ນໄປ ບໍ່ສາມາດແລ່ນ ຂື້ນລົງໄດ້ ຢ່າງສະດວກສະບາຍ.

ເຮືອບັນທຸກ ສິນຄ້າ ຂອງຈີນ ຈອດທຽບທ່າເຮືອ ຊຽງແສນ ທີ່ແຂວງຊຽງຮາຍ ປະເທດໄທ RFA

ຕາມປົກກະຕິແລ້ວເຮືອສິນ ຂນາດ​​ອ່າວໃຫຍ່ແດ່ ທັງຂອງລາວ ແລະ ຈີນ ຈະສາມາດແລ່ນຂື້ນລົງໄດ້ຢ່າງສະດວກສະບາຍ ຕາມລຳແມ່ນ້ຳຂອງໂດຍສະເພາະ ຣະຫວ່າງ ທ່າເຮືອເມືອງຊຽງແສນແຂວງຊຽງຮາຍຂອງໄທແລະ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ຂອງລາວ.

ແຕ່ປັດຈຸບັນແມ້ແຕ່ ເຮືອຂນາດນ້ອຍ ກໍຍັງເກືອບວ່າ ບໍ່ສາມາດແລ່ນຂື້ນລົງ ໄດ້ເລີຍ. ​ເມື່ອປະມານສາມມື້ທີ່ຜ່ານມາເຮືອສິນຄ້າ ຂອງລາວຫລາຍລຳ ແຕ່ລະລຳ ບັນທຸສິນຄ້າ ປະມານ 300 ຕັ່ນໄດ້ພະຍາຍາມ ລ່ອງລົງຈາກເມືອງຊຽງແສນເພື່ອຈະໄປຫາ ນະຄອນຫລວງພະບາງແຕ່ເຮືອ ໄດ້ຕິດຄ້າງ ຢູ່​​ເທິງຫາດຊາຍ ຫລາຍໆບ່ອນເຊັ່ນໄດ້ຕິດຢູ່ ຫາດຊາຍ ທີ່ທ່າຕີນທາດແລະ ຫາດທ່າບ້ານກ້ອນຕົ້ນ. ປັດຈຸບັນເຮືອຫລາຍລຳກຳລັງລໍຖ້າ ໃຫ້ນ້ຳເຊາະດິນຊາຍອອກໃຫ້ເປັນຮ່ອງແລ້ວກໍຄ່ອຍແລ່ນເຮືອໄປເທື່ອລະເລັກລະນ້ອຍ ບໍ່ຮູ້ວ່າ ປານໃດ ຈະໄປເຖິງຈຸດໝາຍປານທາງ.

ໃນຣະຍະ ສີ່ຫ້າປີ ທີ່ຜ່ານມາ ​​ໃນຍາມແລ້ງ ແມ່ນ້ຳຂອງໄດ້ບົກແຫ້ງລົງຫລາຍ ບາງບ່ອນແຫ້ງລົງເຖິງຂັ້ນຄົນ ກໍສາມາດຍ່າງຂ້າມໄປມາໄດ້. ນັກວິທະຍາສາດ ຕຳນິຕິຕຽນ ການຕັດໄມ້ ທຳຣາຍປ່າເປັນສາເຫດ ທີ່ສຳຄັນ ທີ່ພາໃຫ້ແມ່ນ້ຳລຳທານແຫ້ງແລ້ງ; ສ່ວນນັກພິພັກຮັກສາ ສະພາບແວດລ້ອມໂດຍສະເພາະ ນັກສະພາບແວດລ້ອມ ຢູ່ໄທ ຕິຕຽນການສ້າງເຂື່ອນ ຂອງຈີນ ໃສ່ແມ່ນ້ຳຂອງ ຊຶ່ງມັກປິດປະຕູເຂື່ອນ ໃນຍາມແລ້ງເຮັດໃຫ້ນ້ຳຂາດເຂີນ ໃນພາກລຸ່ມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org