ການຊ່ອຍເຫລືອ ຜູ້ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ ຍັງບໍ່ທົ່ວເຖິງ
2008.06.25
ເຈົ້າໜ້າທີ່ ຈາກໜ່ວຍງານ ຕ້ານກາຣຄ້າ ມະນຸສ ປະຈຳ ນະຄອນຫລວງວຽງຈັນ ໄດ້ກ່າວເຖີງ ກາຣປະຕິບັຕ ວຽກງານ ດ້ານໃຫ້ຄວາມ ຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນປັຈຈຸບັນນີ້ ວ່າ: ເຖີງຈະມີ ອົງກອນ ທັ້ງຂອງພາຄ ຣັຖບາລ ແລະ ເອກຊົນ ກໍຕາມ ແຕ່ບັນຫາ ຂອງກາຣລັກລອບ ຄ້າມະນຸສ ຍັງມີຢູ່ ຄືເກົ່າ ດັ່ງທີ່ ເຈົ້າໜ້າທີ່ລາວ ໄດ້ເປີດເຜີຽ ວ່າ:
“ເວົ້າ ບ່ອນໝົດ ມັນກໍບໍ່ທັນໄດ້ ທົ່ວເຖີງ ບໍ່ທັນໄດ້ ເຂົ້າເຖີງ ບັນຫາ ໄດ້ໝົດທຸກຄົນ ເພາະວ່າ ກໍມີຢູ່ຫລາຍໆ ພາຄສ່ວນ ທີ່ຂະເຈົ້າ ລົງໄປ ແຕ່ວ່າ ຈະໃຫ້ທົ່ວເຖີງ ມັນບໍ່ທັນ ທົ່ວເຖີງ”
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ: ສຳຫລັບ ກຸ່ມຜູ້ເປັນ ນາຍໜ້າ ຊື່ງເປັນຄົນລາວ ທີ່ເຂົ້າມາ ຕິດຕໍ່ ເອົາຍີງສາວລາວ ໄປຂາຍ ຕໍ່ໃຫ້ນາຍໜ້າ ຢູ່ປະເທດໄທຽ ນັ້ນ ສ່ວນຫລາຍ ຈະເປັນຄົນ ໃນເຂຕພື້ນທີ່ເອງ ແລະ ກໍບໍ່ເປັນ ທີ່ໜ້າສົງສັຍ ຂອງຝຸງຄົນ ໂດຽທົ່ວໄປ ພ້ອມຍັງ ເປັນຄົນທີ່ ທາງພໍ່ແມ່ ຂອງເດັກສາວລາວ ມີຄວາມໄວ້ວາງໃຈ ອີກດ້ວຍ ດັ່ງທີ່ ທ່ານໄດ້ກ່າວ ອີກວ່າ:
“ເຂົາ ກໍເຣີ່ມ ຈາກພີ່ໆນ້ອງໆເຂົາ ຄົນໃກ້ຄຽງ ຫລືວ່າ ຄົນທີ່ຮູ້ຈັກ ໝູ່ບ້ານ ທີ່ວ່າ ເກີດຄວາມຂັດສົນ ແທ້ ຄວາມເຂົ້າໃຈ ຂອງເຂົາ, ເຂົາເຂົ້າໃຈວ່າ ເພື່ອໄປ ເຮັດວຽກເຮັດງານ ບ່ອນດີແທ້ ພໍໄດ້ເງີນ ມາແກ້ໄຂຄອບຄົວ”
ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ຈາກອົງກອນ ຄວາມຮ່ວມມືວ່າ ດ້ວຍກາຣຕໍ່ຕ້ານ ກາຣຄ້າມະນຸສ ຫລື UNIAP ກໍກ່າວວ່າ: ປັຈຈຸບັນນີ້ ຄວາມຕ້ອງກາຣ ແຮງງານ ຂັ້ນຕໍ່າ ສຳຫລັບ ພາຄສ່ວນ ອຸຕສາຫະກັມແລະ ພາຄບໍຣິກາຣ ບາງສ່ວນ ເຊັ່ນກາຣກໍ່ສ້າງ ກາຣປະມົງ ຫລື ຕາມຫ້າງ ຮ້ານອາຫາຣ ຕ່າງໆນັ້ນ ມີຢ່າງຫລວງຫລາຍ ອັນເປັນເຫຕ ໃຫ້ທາງຜູ້ເປັນນາຍຈ້າງ ຍີ່ງມີຄວາມຕ້ອງກາຣ ເພາະຈະໄດ້ຈ່າຍ ຄ່າແຮງງານຖືກ ອັນເປັນເຫຕໃຫ້ ເກີດມີບັນຫາ ດ້ານກາຣຄ້າ ມະນຸສ ຈົນເທົ້າ ປັຈຈຸບັນນີ້.