ລາວ-ໄທ ຮ່ວມກັນ ປາບປາມ ການຄ້າມະນຸດ

ຫນ່ວຍງານ ຕໍ່ຕ້ານການຄ້າມະນຸດ ຂອງໄທ ຈະສືບຕໍ່ ເຮັດວຽກກັບຝ່າຍ ສປປ ລາວ ຕຣອດປີ 2009 ເພື່ອຕໍ່ຕ້ານ ການຄ້າມະນຸດ ຕາມເຂດຊາຍແດນ ໄທ-ລາວ, ອີງຕາມ ການເປີດເຜີຍ ຂອງເຈົ້າໜ້າທີ່ ກະຊວງ ພັດທະນາ ສັງຄົມ ແລະ ຄວາມໝັ້ນຄົງ ມະນຸດ ຂອງໄທ.
ສົມເນ ຣາຍງານ
2008.10.24

ສະຖານະການ ການຄ້າມະນຸດ ທັງຜູ້ຍິງແລະເດັກນ້ອຍຕາມ​​ເຂດຊາຍແດນ​ ​ໄທ-ລາວ ຍັງເປັນບັນຫາ ທີ່ແກ້ບໍ່ຮູ້ຈົບ ຈັກເທື່ອ. ການຮ່ວມງານກັນນີ້ແມ່ນພາຍ​​ໃຕ້ ຂອບເຂດອານຸ ກັມະການ ປະສານງານ ຄວາມຮ່ວມມືໃນອານຸ ພູມີພາກ​​ແມ່ນໍ້າຂອງ.

ເຮົາຈື່ງ ມີການທໍາງານຮ່ວມກັນ ທັ້ງພາຍໃນປະເທດໄທ ໃນປະເທດ ເພື່ອນບ້ານ ບໍ່ວ່າຈະເປັນໄທກັບລາວ ໄທກັບກໍາພູຊາ ແລະ ​​ໄທກັບພະມ້າ.” ​

ສະຖານະການ ການຄ້າມະນຸດ ຕາມເຂດຊາຍແດນ ລາວ-​ໄທ ໃນປັດຈຸບັນນີ້ ເປັນໜ້າວິຕົກທີ່ສຸດ ຍ້ອນວ່າມັນເປັນການຄ້າມະນຸດ ຢ່າງສົມບູນ​​ແບບ ແລ້ວ. ການຄ້າມະນຸດ ຂະຫຍາຍຕົວ ຫລາຍຂື້ນ, ນາຍໜ້າ ຄ້າມະນຸດ ທໍາຕົວເປັນຄົນໃກ້ຊິດ ກັບເຍື່ອເປົ້າໝາຍ, ​ແລະຍາກໃນການຕິດຕາມ.

ເຈົ້າໜ້າທີ່ໄທ ວ່າ ການທໍາງານ ຂອງຫນ່ວຍງານຕໍ່ຕ້ານການຄ້າມະນຸດ ແມ່ນເນັ້ນໜັກໄປທາງແກ້ໄຂ ບັນຫາຕົ້ນສາເຫດ ເຊັ່ນວ່າ ປະສານງານ ກັບຝ່າຍລາວ ເພື່ອໃຫ້ຄວາມຮູ້ ແກ່ປະຊາຊົນ ທີ່ຢູ່ໃນກຸ່ມສ່ຽງ ຕໍ່ການຖືກຫລອກລວງ ຂອງຜູ້ຄ້າມະນຸດ, ຊ່ວຍໃຫ້ຝ່າຍລາວ ລົງສໍາຣວດ ພື້ນທີ່ ບ່ອນທີ່ປະຊາຊົນຕົກຢູ່ໃນຄວາສ່ຽງ ຕໍ່ການຄ້າມະນຸດ, ພ້ອມທັງ​​ແລກປ່ຽນ ຂ່າວສານກັນ ກັບເຈົ້າໜ້າທີ່ລາວ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.