ຂ. ຫລວງນ້ຳທາ ລົບລ້າງ ໄຂ້ຫວັດນົກ
2008.05.03
ແຂວງ ຫລວງນໍ້າທາ ປະກາດ ຢ່າງເປັນ ທາງການ ວ່າ ບໍ່ມີ ບັນຫາ ການ ແຜ່ລະບາດ ຂອງ ເຊື້ອໂຣກ ໄຂ້ຫວັດນົກ ໃນແຂວງ ອີກແລ້ວ ແລະ ໄດ້ ຍົກເລີກ ການຫ້າມ ເຄື່ອນຍ້າຍ ສັດປີກ ແລ້ວ. ການປະກາດ ໄດ້ມີຂື້ນ ໃນ ຕົ້ນເດືອນ ພຶດສະພາ ນີ້ຫັລງຈາກ ທີ່ ມີ ການເຝົ້າລະວັງ ເປັນເວລາ ຫລາຍ ເດືອນ ພໍສົມຄວນ. ເຈົ້າໜ້າທີ່ລາວ ວ່າ ດຽວນີ້ ບໍ່ມີ ການແຜ່ລະບາດ ຂອງ ເຊື້ອໂຣກ ໄຂ້ຫວັດນົກ. ປະຊາຊົນ ພາກັນ ຫາຢູ່ ຫາກິນ ຕາມປົກະຕິ, ດັ່ງທີ່ ນາງ ບົວທອງ ຮອງຫົວໜ້າ ຂະແໜງ ການລ້ຽງສັຕ ປະຈໍາ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຫລວງນໍ້າທາ ໄດ້ກ່າວ:
“ເພິ່ນປະກາດແລ້ວ, ທຸກຢ່າງ ຖືວ່າ ສງົບ ເປັນປົກະຕິ ແລ້ວ ໃນ ການເຝົ້າ ລະວັງ ຂອງ ພວກເຮົາ ຫັ້ນນາ. ມັນບໍ່ມີ ບັນຫາ ແລ້ວ, ສາມາດ ປະກາດ ລົບລ້າງ ໄດ້ແລ້ວ. ອານຸຍາດ ເຄື່ອນຍ້າຍ ພາຍ ໃນເມືອງ ຕໍ່ເມືອງໄດ້;ແລະກະ ອານຸຍາດ, ອັນ, ມີການຊື ການຂາຍ ຢູ່ໃນທ້ອງຕລາດ, ເນາະ, ມີການ ບໍຣິໂພກ ເປັນປົກະຕິ ຄືຜ່ານມາແລ້ວ.”
ນາງ ກ່າວວ່າ: ເຖິງແມ່ນວ່າ ມີການປະກາດ ວ່າບໍ່ມີບັນຫາ ການແຜ່ລະບາດ ຂອງ ເຊື້ອໂຣກ ໄຂ້ຫວັດນົກ ແລ້ວກໍຕາມ, ແຕ່ທາງການ ຍັງກວດຂັນ ເຣື້ອງ ການນໍາເຂົ້າ ຊີ້ນສ່ວນ ສັດປີກ ຈາກປະເທດ ເພື່ອນບ້ານ ຄືເກົ່າຢູ່, ເນື່ອງຈາກ ວ່າ ການແຜ່ລະບາດ ຂອງເຊື້ອໂລກ ໃນຣະຍະຜ່ານມາ,ທາງການລາວ,ບໍ່ສາມາດ ຮູ້ເຖິງສາເຫດ ວ່າ ມາຈາກ ການນໍາເຂົ້າ ສັດປີກ ຫລື ຊິ້ນສວ່ນ ຈາກ ປະເທດ ເພື່ອນບ້ານ ຫລືບໍ່, ຫລືວ່າ ຈາກຝູງນົກປ່າ.
ການແຜ່ລະບາດ ຂອງເຊື້ອໂຣກ ໄຂ້ຫວັດນົກ ໃນ 6 ໝູ່ບ້ານ ຂອງ 4 ຕົວເມືອງ ໃນ ແຂວງ ຫລວງນໍ້າທາ ໃນລະຍະ ຜ່ານມາ ເຮັດໃຫ້ ທາງການແຂວງ ຕ້ອງ ທຳລາຍ ສັດປີກຖີ້ມ ເກືອບ 4,000 ໂຕ, ທຳລາຍໄຂ້ໄກ່ ຫລາຍ 1,000 ນ່ວຍ, ຄິດເປັນ ມູນຄ່າ ການເສັຍຫາຍ ເຖິງ 80 ລ້ານ ກີບ.