ຂ. ສວັນນະເຂດ ເລີ່ມປ້ອງກັນ ໄຂ້ເລືອດອອກ
2008.05.14
ແຂວງ ສວັນນະເຂດ ກຳລັງ ລົງສຸຂສຶກສາ ແລະ ເຝົ້າຕິດຕາມ ບັນຫາ ໂຣກ ໄຂ້ເລືອດອອກ ຊຶ່ງເປັນ ໂຣກຣະບາດ ຮ້າຍແຮງ ໃນເວລາ ຣະດູຝົນ, ດັ່ງປັດຈຸບັນນີ້.
ຍ້ອນວ່າປີນີ້ ຣະດູຝົນ ຂ້ອນຂ້າງ ມາໄວ ກວ່າຫລາຍໆປີ ຜ່ານມາ, ທາງການ ສວັນນະເຂດ ຈຶ່ງ ເອົາໃຈໃສ່ ໃນ ການປ້ອງກັນ ບັນຫາ ໂຮກ ໄຂ້ເລືອດອອກ ທີ່ເກີດຈາກ ຍຸງລາຍ ຊຶ່ງສາມາດ ແພ່ພັນ ແລະ ເຕີບໂຕໄດ້ ຢ່າງວ່ອງໄວ ໃນຣະດູຝົນ, ດັ່ງ ດຣ.ປະນອມ ຮອງມະນີ, ຫົວໜ້າ ຜແນກ ສາທາຣະນະສຸກ ແຂວງ ສວັນນະເຂດ ຊີ້ແຈງ ຕອນນຶ່ງ ວ່າ:
“ມີແຕ່ວ່າ ຕິດຕາມ ເຝົ້າຣະວັງ ກໍຣະນີ ການເຈັບເປັນ ແລະ ກໍ່ໄດ້ເຜີຍແພ ໃຫ້ບັນດາ ເມືອງຕ່າງໆ ຕຼຽມພ້ອມ, ມອບໃຫ້ ຊຸມຊົນ ເປັນຜູ້ຊ່ວຍ ໃນ ຂບວນ ການອານາມັຍ ທຳລາຍ ແຫລ່ງເພາະພັນ ສຳຫລັບ ປີນີ້”
ດຣ. ປະນອມ ກ່າວຕື່ມວ່າ ທາງການ ກ່ຽວຂ້ອງ ກຳລັງ ລົງສຸຂສຶກສາ ແລະ ແນະນຳ ຊາວບ້ານ ກ່ຽວກັບ ວິທີ ການທຳລາຍ ແຫລ່ງເພາະພັນ ຂອງຍຸງລາຍ ຊຶ່ງ ອາດຈະຢູ່ ຕາມອ້ອມແອ້ມ ເຮືອນຊານ ຂອງເຂົາເຈົ້າ, ເພາະທຸກມື້ນີ້ ບັນຫາ ໂຣກ ໄຂ້ເລືອດອອກ ຊຶ່ງ ມັກແພ່ລາມ ໃນ ຍາມຝົນ ສາມາດ ເກີດຂຶ້ນໄດ້ ບໍ່ວ່າ ໃນເຂດເມືອງ ຫຼື ໃນ ເຂດຊົນບົດ. ດັ່ງນັ້ນ,ຊາວບ້ານ ແລະ ຊຸມຊົນ ໃນແຕ່ລະທ້ອງຖິ່ນ ຕ້ອງຣະວັງ ປ້ອງກັນ ພຍາດ ດັ່ງກ່າວ ຢູ່ ຕລອດເວລາ. ທ່ານ ເວົ້າຕໍ່ໄປ ວ່າ ກຸ່ມສ່ຽງທີ່ສຸດ ວ່າຈະຕິດ ພຍາດ ໄຂ້ເລືອດອອກ ແມ່ນ ພວກເດັກນ້ອຍ ຊຶ່ງພໍ່ແມ່ ຜູ້ປົກຄອງ ຄວນເອົາໃຈໃສ່ ພຶດຕິກັມ ຂອງ ເຂົາເຈົ້າໃຫ້ດີ, ໂດຍສເພາະ ບໍ່ປ່ອຍ ໃຫ້ໄປ ທ່ຽວ ຫຼິ້ນ ໃນ ສຖານທີ່ໆຄຶດວ່າ ຈະເປັນ ແຫຼ່ງເພາະພັນຂອງ ຍຸງລາຍ.
ມາຮອດ ເວລານີ້ ແຂວງ ສວັນນະເຂດ ກໍ່ຍັງ ບໍ່ທັນມີ ຣາຍງານ ວ່າມີ ການຣະບາດ ຫຼື ເຈັບເປັນ ຢ່າງຮ້າຍແຮງ ກ່ຽວກັບ ພຍາດ ໄຂ້ເລືອດອອກ ແຕ່ຢ່າງໃດ ແລະ ໃນປີ ທີ່ຜ່ານມາ ກໍ່ມີ ໄທບ້ານ ບໍ່ພໍ ເທົ່າໃດຄົນເທົ່ານັ້ນ ທີ່ ເຈັບເປັນ ຍ້ອນພຍາດ ດັ່ງກ່າວ ຊຶ່ງກໍ່ ຮວມໄປເຖິງ ສຖິຕິ ການເປັນ ພຍາດໄຂ້ປ່າ malaria ຊຶ່ງຫລາຍປີ ທີ່ຜ່ານມານີ້ ຫຼຸດຜ່ອນ ລົງຫລາຍແລ້ວ ໃນແຂວງ ສວັນນະເຂດ ຍ້ອນວ່າ ໄທບ້ານ ມີຣະດັບ ຄວາມຮູ້ດີຂຶ້ນ ແລະ ຍ້ອນ ການຊ່ວຍເຫຼືອ ຈາກຕ່າງປະເທດ ໃນ ການແຈກຍາຍ ມຸ້ງຍ້ອມຢາ ໄວ້ໄຊ້ ໃນຊີວິຕ ປະຈຳວັນ.