ແຂວງຫລວງນ້ຳທາ ເອົາໃຈໃສ່ ປ້ອງກັນ ການຣະບາດ ຂອງໂຣກ ຖອກທ້ອງ
2008.04.21
ດຣ. ແສງວົງ
ໄດ້ຊີ້ແຈງ ຕອນນຶ່ງ ວ່າ:
“ຊວງໜ້າແລ້ງນີ້ ທາງຜແນກສາທາ ພວກເຮົາ
ກໍມີຄວາມພ້ອມ ໃນການກະກຽມພະຍາດ ຕາມຣະດູການ ເຊັ່ນວ່າ ພະຍາດ ຖອກທ້ອງ
ຍ້ອນສາເຫດ ກໍແມ່ນ ເຣື່ອງການອະນາໄມ ອາຫານການກິນບາງຢ່າງ ຖືວ່າ
ໃນເຂດຊົນນະບົດ ບາງເຜົ່າ ກໍຍັງມີການກິນ ສຸກໆດິບໆຢູ່.”
ດຣ. ແສງວົງ
ກ່າວອີກວ່າ ເຈົ້າໜ້າທີ່ ໄດ້ລົງໄປໃຫ້ ຄວາມແນະນຳ ແກ່ຊາວບ້ານ
ໂດຍສະເພາະ ບັນດາຊົນເຜົ່າ ໃຫ້ໃຊ້ນ້ຳສະອາດ ໃຫ້ກິນ ແຕ່ອາຫານທີ່ສຸກດີ
ໃຫ້ທຳຄວາມສະອາດ ໃນບໍຣິເວນບ້ານເຮືອນ ເຊັ່ນໃຫ້ຄວ້ຳກະປ່ອງ ແລະ
ທຳຄວາມສະອາດ ຮ່ອງນໍ້າຕ່າງໆ ເພື່ອບໍ່ໃຫ້ເປັນທີ່ອອກແມ່ແຜ່ລູກ ຂອງຍຸງ
ເພາະອີກບໍ່ດົນ ກໍຈະເຖິງຍາມຝົນແລ້ວ. ຍຸງເປັນຕົວການໃຫຍ່
ທີ່ພາກໃຫ້ເກີດໂຣກໄຂ້ເລືອດອອກ ແລະ ໄຂ້ປ່າມາເລເຣັຍ.
ສຳຣັບ ບັນຫາການຣະບາດ
ຂອງໂຣກໄຂ້ຫວັດນົກ ນັ້ນ ໃນລະຍະນີ້ ກຳລັງເຂົ້າສູ່ ສະພາບປົກກະຕິ
ບໍ່ມີການຣະບາດ ອີກແລ້ວ ຄາດວ່າ ໃນເດືອນພຶສພາ ໜ້ານີ້ ທາງການລາວ
ກໍຈະປະກາດ ແຂວງຫລວງນ້ຳທາເປັນເຂດປອດໂຣກໄຂ້ຫວັດນົກ ຢ່າງຊິ້ນເຊີງ.