ກະຕຽມ ຍົກຣະດັບ ໂຮງຮຽນ ສ້າງຄຣູ ພາລະ ສຶກສາ

ທາງການ ລາວ ກະຕຽມ ຍົກຣະດັບ ໂຮງຮຽນ ສ້າງຄຣູ ພາລະ ສຶກສາ ໃຫ້ ເປັນ ວິທະຍາໄລ ສ້າງຄຣູ ພາລະ ສຶກສາ ແຫ່ງຊາດ.
ມະນີຈັນ ຣາຍງານ
2008.06.04

ອາຈານ ໜູແສງ ນວນຫຸ່ນ, ອະທິບໍດີ ກົມພາລະ ແລະ ສິນລະປະ ສຶກສາ ກະຊວງ ສຶກສາ ທິການ ຂອງ ລາວ, ເຜີຍ ເຖິງ ແຜນການ ຍົກຣະດັບ ໂຮງຮຽນ ສ້າງຄຣູ ພາລະ ສຶກສາ ຊັ້ນກາງ ເວລານີ້ ໃຫ້ ກາຍເປັນ ວິທະຍາໄລ ສ້າງຄຣູ ພາລະ ສຶກສາ ແຫ່ງຊາດ ຊັ້ນສູງ ໃນ ອະນາຄົດ ອັນ ໄກ້ໆ ນີ້ ເພື່ອ ຊ່ວຍ ສະໜອງ ຜູ້ຊ່ຽວຊານ ດ້ານກິລາ ໃນ ລາວ ໃຫ້ໄດ້ຫລາຍຂຶ້ນ.

ທ່ານ ຊີ້ແຈງ ກ່ຽວກັບ ເລື່ອງນີ້ ວ່າ:

”ດຽວນີ້ ກໍາລັງ ຕຽມ ຫລັກສູດ ຣະດັບ ຄຣູ ພາລະ ຂຶ້ນ ເປັນ ຊັ້ນສູງ. ສິໃຫ້ ມັນທັນ ພາກແລກ ປີນີ້ ແຫລະ. ສິຍົກ ເປັນ ວິທະຍາໄລ ສ້າງຄຣູ ພາລະ ໃນ ອະນາຄົດ ແລະ ຕ້ອງ ໄດ້ຍົກ ຣະດັບ ຄຣູ ຂຶ້ນກ່ອນ ເພາະ ຄຣູ ນີ້ ມີ ແຕ່ ຊັ້ນກາງ. ງົບປະມານ ນີ້ ຣັຖ ເອົາໃຫ້ແລ້ວ.”

ຕາມ ຄໍາເວົ້າ ຂອງ ອາຈານ ໜູແສງ:  ນັບແຕ່ ສົກຮຽນ ພາກ ທໍາອິດ ປີ 2008 - 2009 ນີ້, ທາງການ ຈະ ນໍາ ຄຣູ ພາລະ ສຶກສາ ທີ່ ຄັດເລືອກ ຈາກ ທົ່ວປະເທດ 50 ຄົນ ມາຍົກ ຣະດັບ ເປັນ ເວລາ 2 ປີ ເພື່ອ ໃຫ້ ມີ ວຸດທິ ການສຶກສາ ໃນ ຣະດັບ ຊັ້ນສູງ ໂດຍ ອາໄສ ງົບປະມານ ຂອງ ພາກຣັຖ 50,000,000 ກີບ ພ້ອມທັງ ການຊ່ວຍເຫລືອ ຈາກ ເພື່ອນບ້ານ ດ້ານວິຊາການ.  ຫລັງຈາກນັ້ນ, ຈະ ບັນຈຸ ຜູ້ຊ່ຽວຊານ ດັ່ງກ່າວ ຊຸດ ທໍາອິດ ເປັນ ອາຈານ ໃນ ວິທະຍາໄລ ສ້າງຄຣູ ພາລະ ສຶກສາ ແຫ່ງໃໝ່ ໃນ ຣະດັບ ຊັ້ນກາງ, ຊັ້ນສູງ ຊຶ່ງ ຖືວ່າ ຍົກ ຣະດັບ ມາຈາກ ໂຮງຮຽນ ສ້າງຄຣູ ພາລະ ສຶກສາ ເວລານີ້  ຊຶ່ງ ຜະລິດ ຄຣູ ພາລະ ສຶກສາ ພຽງແຕ່ ຊັ້ນຕົ້ນ ຊັ້ນກາງ ເທົ່ານັ້ນ.

ໂຮງຮຽນ ສ້າງຄຣູ ພາລະ ສຶກສາ ຂອງ ລາວ ຜລິດ ຄຣູ ພາລະ ຊັ້ນກາງ ໄດ້ ປະມານ 100 ຄົນ ຕໍ່ ປີ.  ສ່ວນ ມະຫາວິທະຍາໄລ ແຫ່ງຊາດ ນັ້ນ, ຜລິດ ຄຣູ ພາລະ ຣະດັບປຣີນຍາຕຣີ ໄດ້ ພຽງ 40 ຄົນ ຕໍ່ ປີ.  ເມື່ອ ຮວມກັນ ແລ້ວ, ກໍ ຍັງ ບໍ່ພຽງພໍ ໃນ ການ ສົ່ງໄປ ຍັງ ໂຮງຮຽນ ຕ່າງໆ ທົ່ວ ປະເທດ ອັນເຮັດໃຫ້ ຂະບວນ ການກິລາ ໃນ ລາວ ບໍ່ພັດທະນາ ຢ່າງ ວ່ອງໄວ ເທົ່າ ທີ່ຄວນ  ຍ້ອນ ເດັກນ້ອຍ ນັກຮຽນ ບໍ່ຮູ້ຈັກ ການຫລິ້ນ ກິລາ ແຕ່ລະຊະນິດ ຢ່າງ ຖືກຕ້ອງ ເພື່ອ ເສີມສ້າງ ສະຕິ ປັນຍາ ແລະ ຄວາມແຂງແຮງ ທາງຮ່າງກາຍ ຂອງ ພວກເຂົາ.

ຢ່າງໃດກໍດີ, ໃນ ໄລຍະ ຫລັງໆ ມານີ້ ທາງການ ລາວ ກໍ ໄດ້ ພະຍາຍາມ ປຸກຣະດົມ ຂົນຂວາຍ ໃຫ້ ປະຊາຊົນ, ໂດຍສະເພາະ, ເຍົາວະຊົນ ຄົນ ໄວນຸ່ມສາວ ຊາວລາວ ສົນໃຈເລື່ອງ ກິລາ ຫລາຍຂຶ້ນ ເພື່ອ ປ້ອງກັນ ການມົ່ວສຸມ ສິ່ງເສບຕິດ ແລະ ຂອງມືນເມົາ ຕ່າງໆ.  ພ້ອມນັ້ນ, ກໍ ເພື່ອ ສ້າງ ບັນຍາກາດ ໃນ ການເປັນເຈົ້າພາບ ຊີເກມສ ປີ 2009 ຂອງ ລາວ ດ້ວຍ.

ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.