ຢາກໃຫ້ ເດັກນ້ອຍ ຊົນນະບົດ ສອກຫລີກ ຈົບ ຂັ້ນ ສືກສາ ພື້ນຖານ

ທາງການ ລາວ ມີ ແຜນການ ຢາກໃຫ້ ເດັກນ້ອຍ ໃນ ເຂດ ຊົນນະບົດ ທີ່ ຫ່າງໄກ ໃນ ທົ່ວ ປະເທດ ຈົບ ການສຶກສາ ຂັ້ນ ປະຖົມ ໂດຍ ຈະໃຊ້ ຣະບົບ ການສຶກສາ ແບບ ບັງຄັບ; ແຕ່ແຜນການ ດັ່ງກ່າວ ອາດຈະ ບໍ່ສາມາດ ປະຕິບັດ ໄດ້ ເພາະ ໃນ ເຂດ ຫ່າງໄກ ບາງແຫ່ງ ຂອງ ລາວ ມີ ບ້ານເລັກ ບ້ານນອ້ຍ ກະແຈກ ກະຈ່າຍ ກັນ ຢູ່ ແລະ ກໍ ບໍ່ມີ ໂຮງຮຽນ ທົ່ວເຖິງ.
ຊີດນີ ຣາຍງານ
2008.06.04

ແຜນການ ດັ່ງກ່າວ ສາມາດ ເຮັດໄດ້ ແຕ່ ໃນ ເຂດ ໃນ ເມືອງ ແລະ ໝູ່ບ້ານ ໃຫຍ່ໆ ບ່ອນ ທີ່ ມີ ໂຮງຮຽນ ເທົ່ານັ້ນ,ດັ່ງ ເຈົ້າໜ້າທີ່ ຈາກ ຫອ້ງການ ສຶກສາ ທີ່ ແຂວງ ເຊກອງ ທ່ານ ນຶ່ງ ເວົ້າວ່າ:

”ຊັ້ນ ປະຖົມ ນີ້ ກໍ ເຮັດໄດ້ ແຕ່ ສເພາະ ເທສບານ ເຂດ ສດວກ; ແຕ່ວ່າ ເຂດ ໄກ ແທ້ໆ ມັນ ກໍ ເຮັດບໍ່ໄດ້ ຕາມພູ ຕາມດອຍ ເພາະວ່າ ຍັງມີ ໝູ່ບ້ານ ທີ່ ບໍ່ມີ ໂຮງຮຽນ.”

ທ່ານ ກ່າວເພີ້ມ ອີກວ່າ: ເດັກນ້ອຍ ໃນ ເຂດ ສອກຫລີກ ຫ່າງໄກ ສ່ວນໃຫຍ່ ຈະ ເປັນ ຊາວເຜົ່າ ອາສັຍ ຢູ່ ຕາມ ຮ່ອມພູ, ຕາມ ບ້ານເລັກ ບ້ານນ້ອຍ, ແຈກຢາຍ ກັນຢູ່. ການສ້າງສາໂຣງຮຽນ ກໍ ບໍ່ມີ ໃນ ເຂດນັ້ນ ເພາະ ຈຳນວນ ນັກຮຽນ ບໍ່ພໍ ຕາມ ປະຣິມານ ທີ່ ຈະສ້າງ ຈຶ່ງເປັນ ການຍາກ ທີ່ ຈະ ໃຫ້ເດັກ ກຸ່ມ ດັ່ງກ່າວ ຈົບ ການສືກສາ ຂັ້ນ ພື້ນຖານ ໄດ້. ໃນ ເວລາດຽວ ກັນ, ທ່ານ ຊື່ນ ໄຊຊນະວົງໄຊ, ຫົວໜ້າ ກົມ ປະຖົມ ສຶກສາ ກະຊວງ ສືກສາ ທິການ ທີ່ ນະຄອນຫລວງ ວຽງຈັນ ກໍ ໄດ້ ເປີດເຜີຍ ເຖິງ ຈຸດປະສົງ ຂອງ ຣັຖບານ ໃນ ແຜນການ ພັທນາ ການສຶກສາ ໃນ ເຂດ ສອກຫລີກ ຫ່າງໄກ ໃນ ທົ່ວ ປະເທດ ວ່າ:

”ພວກເຮົາ ຈະ ຂຍາຍ ໂຮງຮຽນ ໄປສູ່ ເຂດ ພູດອຍ ແລະ ສຳລັບ ນັກຮຽນ ທີ່ ເປັນ ຊົນເຜົ່າ ໃນ ເຂດ ພູດອຍ, ພວກເຮົາ ຈະ ໃຫ້ ທຶນ ການສືກສາ, ຈະ ເອົາ ເດັກ ດອ້ຍໂອກາດ ເຫລົ່ານີ້ ມາ ຮຽນ ທີ່ໂ ຮງຮຽນ ສຶກສາ ຊົນເຜົ່າ ຂອງ ແຂວງ.”

ທ່ານ ວ່າ ຣັຖບານ ກໍ ພຍາຍາມ ສົ່ງເສີມ ມາ ຕຣອດ ເພາະ ຖືວ່າ ເດັກ ຈຳພວກ ນີ້ ເປັນຊັພຍາກອນ ມະນຸດ ຂອງ ຊາດ ຂາດ ການສຶກສາ ຂັ້ນ ພື້ນຖານ ຈະ ເປັນ ພັຍອັນຕຣາຍ ຕໍ່ສັງຄົມ ໃນ ອານາຄົດ. ບັນຫາ ກໍ ແມ່ນວ່າ ຂາດ ງົປະມານ ທີ່ ຈະ ໄປ ສ້າງ ໂຮງຮຽນ ແລະຂາດ ຄຣູສອນ ຕາມ ເຂດ ທີ່ ຫ່າງໄກ ສອກຫລີກ ຈຶ່ງ ເຮັດໃຫ້ ແຜນການ ທີ່ ຣັຖບານ ຕັ້ງໄວ້ ບໍ່ສາມາດ ບັນລຸ ເຖິງ ເປົ້າໝາຍ ໄດ້.

ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.