3 ສະຖາບັນ ຮ່ວມກັນ ຊ່ວຍເຫລືອ ເດັກນ້ອຍ ດ້ອຍໂອກາດ ໃນ ລາວ
2008.06.03
ໃນ ໂຄງກາຣ ຮ່ວມມື ດັ່ງກ່າວ ຈະມີ ນັກສຶກສາ ທັງໝົດ 48 ຄົນ ຈາກ ວິທຍາລັຍ ກາຣຊ່າງ ITE College East, ໂຮງຮຽນ North Light ແລະ ໂຮງຮຽນ Metta ພ້ອມດ້ວຍ ຄຣູ - ອາຈາຣ ທີ່ ເປັນອາສາສະມັກ 5 ຄົນ ທີ່ ຈະ ອອກເດີນທາງ ໄປ ນະຄອນຫລວງ ວຽງຈັນ ໃນ ໄວໆ ນີ້ ເພື່ອ ຊ່ວຍ ປັບປຸງ ກໍ່ສ້າງ ໂຮງຮຽນ ປະຖົມ ສຶກສາ ບ້ານ ໜອງວຽງຄຳ ເຂຕ ດົງໂດກ ໂດຽ ກາຣຮ່ວມມື ຂອງ ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາຕ ແລະ ສະມາຊິກ ອົງກາຣ ຊາວໜຸ່ມ ລາວ.
ກ່ອນ ຈະສາມາດ ຈັດຫາ ທຶນຮອນ ສຳຫລັບ ກາຣຊ່ວຍເຫລືອ ໂຮງຮຽນ ເດັກນ້ອຍ ລາວ ຄັ້ງນີ້, ທາງເຈົ້າໜ້າທີ່ ຈາກ ວິທຍາລັຍ ກາຣຊ່າງ ITE College East ດັ່ງກ່າວ ກໍເຄີຽ ໄດ້ ເດີນທາງ ໄປ ສືກສາສຳຣວຈ ຕາມ ເຂຕ ຊຸມຊົນ ໃນ ເມືອງ ລາວ ຫລາຍ ແຫ່ງ ເຖິງ 3 - 4 ຄັ້ງ ແຕ່ ປີ 2006 ເປັນຕົ້ນມາ, ແລ້ວ ຈຶ່ງ ໄດ້ຮັບ ຄວາມຮ່ວມມື ຈາກ ສະຖາບັນ ອື່ນ ຕື່ມອີກ ດັ່ງກ່າວ ນີ້.
ເຖິງ ຢ່າງໃດກໍຕາມ, ພາຍຫລັງ ທີ່ ໄດ້ມີ ກາຣກະຕຣຽມ ເປັນ ເວລາ ຫລາຍ ເດືອນ ມາແລ້ວ ນັ້ນ, ທາງ ຄະນະ ພ້ອມ ທີ່ ຈະອອກ ເດີນທາງ ໄປ ນະຄອນຫລວງ ວຽງຈັນ ເປັນ ເວລາ ທັງໝົດ 10 ມື້ ຊຶ່ງ ແຕ່ລະໝວດ ກໍມີ ພາຣະກິຈ ຂອງໃຜ ຂອງມັນ ເຊັ່ນ: ລາດຊີມັງ, ຊ່ວຍສ້ອມແຊມ, ປັບປຸງ ແລະ ສ້າງ ຫ້ອງຮຽນ ຕ່າງໆ ຕລອດ ຮອດ ດ້ານສຸຂາອະນາມັຍ ໃຫ້ແກ່ ເດັກນ້ອຍ ນຳດ້ວຍ.
ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education