ເດັກດ້ອຍໂອກາດທາງການສຶກສາ ແລະ ເດັກທຸກຈົນ ໃນສປປລາວຍັງເປັນບັນຫາທີ່ບໍ່ສາມາດ ແກ້ໄຂ ໃຫ້ໝົດໄປໄດ້, ຊຶ່ງກ່ຽວກັບ ເຣື້ອງນີ້ທາງໂຮງຮຽນສຶກສາສິງ ແຂວງໄຊຍະບູຣີ ມີນະໂຍບາຍ ໃຫ້ທຶນການສຶກສາແກ່ ເດັກນ້ອຍທີ່ທຸກຈົນຫລາຍ.
ອາຈານສອນໂຮງຮຽນສຶກສາສິງ ແຂວງໄຊຍະບູຣີທ່ານນຶ່ງ ກ່າວວ່າ:
" ມັນ ມີ ນະ ໂຍບາຍ ຖ້າ ຫາກ ວ່າ ເດັກ ທຸກ ຈົນຫລາຍ ແຕ່ ວ່າ ກ່ອນ ຈະ ມີ ນະ ໂຍບາຍ ກໍ ຕ້ອງ ໄດ້ ຂໍ ໃບ ຢັ້ງຢືນ ຈາກ ຄອບຄົວ ຫລື ວ່າ ໃບ ຢັ້ງຢືນ ຈາກ ບ້ານ ທີ່ ຜູ້ກ່ຽວ ອາສັຍ ຢູ່ , ຖ້າ ຫາກ ວ່າ ຂະ ເຈົ້າ ທຸກ ຈົນ ແທ້ ກໍ ຖື ວ່າ ເຮົາ ເຮັດນະ ໂຍບາຍ ບໍ່ ຕ້ອງ ເສັຍ ຄ່າ ຮຽນ ."
ການທີ່ ໂຮງຮຽນດັ່ງກ່າວມີນະໂຍບາຍນີ້ຂຶ້ນມາເພື່ອສນັບສນູນ ໃຫ້ເດັກ ທີ່ຂາດໂອກາດ ໃນການພັທນາດ້ານການສຶກສາມີໂອກາດ ໄດ້ຮຽນໜັງສື ຄືກັນກັບ ເດັກນ້ອຍທົ່ວໄປ, ຊຶ່ງການໄດ້ຮັບການສຶກສາຈະເຮັດໃຫ້ ເດັກນ້ອຍ ເຫລົ່ານັ້ນມີຄວາມຮັບຮູ້ຕໍ່ການປ່ຽນແປງຂອງສັງຄົມ ໃນປັດຈຸບັນ.
ໃນເຣື້ອງ ການພັທນາຣະບົບສຶກສາຂອງເດັກນັກຮຽນນັ້ນມີການພັທນາກວ່າ ແຕ່ກ່ອນຢ່າງຫລວງຫລາຍ, ຊຶ່ງກ່ຽວກັບ ເຣື້ອງນີ້ອາຈານ ດັ່ງກ່າວ ເວົ້າວ່າ:
" ສະພາບ ການ ສຶກສາ ກໍ ຖື ວ່າ ມີ ການພັທນາ ຂຶ້ນ ມີ ນັກຮຽນ ຫລາຍ ການ ຮຽນ ຖື ວ່າ ຣະດັບ ຕັ້ງ ແຕ່ ມ 1 ຈົນ ຮອດ ມ . 6 ມີ ນັກຮຽນ 2,500 ກ່ວາ ຄົນ ແລະ ພະນັກງານ ຄ ຣູອາຈານ ທີ່ນີ້ 90 ກ່ວາ ຄົນ ."
ສໍາລັບນະໂຍບາຍການຊ່ອຍເຫລືອ ເດັກທຸກຈົນ ແລະດ້ອຍໂອກາດນີ້ມີວັດຖຸປະສົງ ເພື່ອໃຫ້ເດັກນ້ອຍ ສາມາດສ້າງໂອກາດ ໃນເຣື້ອງຂອງການສຶກສາ ເພື່ອໃຊ້ເປັນເຄື່ອງມື ໃນການພັທນາຄຸນນະພາບຊີວິດ, ບໍ່ແມ່ນການສົງເຄາະ ໃນລັກສະນະທີ່ເປັນ ການແກ້ໄຂບັນຫາສະເພາະໜ້າຫລືສະເພາະກິດ.