ເດັກນ້ອຍ ທຸກຈົນ ໄດ້ຮັບທຶນ ການສຶກສາ

ໂຮງຮຽນ ຣັຖບານ ໃນແຂວງໄຊຍະບູຣີ ໃຫ້ໂອກາດ ເດັກທຸກຈົນ ໄດ້ຮຽນໜັງສື ໂດຍການໃຫ້ທຶນ ການສຶກສາ ແກ່ພວກຂະເຈົ້າ.

ເດັກດ້ອຍໂອກາດ ທາງການສຶກສາແລະເດັກທຸກຈົນ ໃນ ສປປລາວ ຍັງ​ເປັນບັນຫາ ທີ່ບໍ່ສາມາດ ​​ແກ້ໄຂ​ ​ໃຫ້ໝົດໄປໄດ້, ຊຶ່ງກ່ຽວກັບເຣື້ອງນີ້ ທາງໂຮງຮຽນສຶກສາສິງແຂວງໄຊຍະບູຣີມີນະ​​ໂຍບາຍໃຫ້ທຶນ ການສຶກສາ ​ແກ່ ເດັກນ້ອຍ ທີ່ທຸກຈົນຫລາຍ.

ອາຈານສອນ ໂຮງຮຽນ ສຶກສາສິງແຂວງໄຊຍະບູຣີ ທ່ານ​ນຶ່ງ ກ່າວ ວ່າ:

ມັນມີນະໂຍບາຍ ຖ້າຫາກວ່າເດັກທຸກຈົນຫລາຍແຕ່ວ່າ ກ່ອນຈະມີນະໂຍບາຍ ກໍຕ້ອງໄດ້ຂໍໃບຢັ້ງຢືນ ຈາກຄອບຄົວ ຫລືວ່າໃບຢັ້ງຢືນ ຈາກບ້ານ ທີ່ຜູ້ກ່ຽວ ອາສັຍຢູ່, ຖ້າຫາກວ່າຂະເຈົ້າ ທຸກຈົນແທ້ ກໍຖືວ່າເຮົາ ​ເຮັດນະໂຍບາຍ ບໍ່ຕ້ອງເສັຍຄ່າຮຽນ.”

ການທີ່ໂຮງຮຽນດັ່ງກ່າວ ມີນະໂຍບາຍນີ້ ຂຶ້ນມາ ເພື່ອສນັບສນູນໃຫ້ເດັກ ທີ່ຂາດໂອກາດໃນການພັທນາ ດ້ານການສຶກສາ ມີໂອກາດໄດ້ຮຽນໜັງສືຄືກັນກັບເດັກນ້ອຍ ທົ່ວໄປ, ຊຶ່ງການໄດ້ຮັບການສຶກສາ ຈະເຮັດໃຫ້ ເດັກນ້ອຍເຫລົ່ານັ້ນ ມີຄວາມຮັບ​ຮູ້ ຕໍ່ການປ່ຽນແປງ ຂອງສັງຄົມໃນປັດຈຸບັນ.

ໃນເຣື້ອງ ການພັທນາ ຣະບົບສຶກສາ ຂອງເດັກນັກຮຽນນັ້ນ ມີການພັທນາ ກວ່າແຕ່ກ່ອນ ຢ່າງຫລວງຫລາຍ, ຊຶ່ງກ່ຽວກັບເຣື້ອງນີ້ ອາຈານ ດັ່ງກ່າວ ​ເວົ້າ​ວ່າ:

ສະພາບການ ສຶກສາ ກໍຖືວ່າ ມີການພັທນາຂຶ້ນ ມີນັກຮຽນຫລາຍ ການຮຽນ ຖືວ່າ ຣະດັບຕັ້ງແຕ່ 1 ຈົນຮອດ . 6 ມີນັກຮຽນ 2,500 ກ່ວາຄົນແລະ ພະນັກງານ ຣູອາຈານ ທີ່ນີ້ 90 ກ່ວາຄົນ.”

ສໍາລັບ ນະໂຍບາຍ ການຊ່ອຍເຫລືອເດັກທຸກຈົນແລະ ດ້ອຍໂອກາດນີ້ ມີວັດຖຸປະສົງເພື່ອໃຫ້ເດັກນ້ອຍສາມາດ ສ້າງໂອກາດໃນເຣື້ອງ ຂອງການສຶກສາເພື່ອໃຊ້ເປັນເຄື່ອງມືໃນການພັທນາ ຄຸະພາບຊີວິດ, ບໍ່ແມ່ນ ການສົງເຄາະໃນລັກສະນະ ທີ່ເປັນ ການແກ້ໄຂ ບັນຫາ ສະເພາະໜ້າ ຫລື ສະເພາະກິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org