MRC ຈະຕັ້ງສະຖານີ ເຕືອນພັຍນ້ຳຖ້ວມ ຕື່ມ

ກອງເລຂາທິການ ຄະນະກັມມາທິການ ແມ່ນ້ຳຂອງ ປະຊຸມກັນ ເມື່ອວັນທີ່ 7 ເດືອນພຶສຈິການີ້ ແລະຕົກລົງກັນ ວ່າ ຄະນະ ກັມມາທິການ ແມ່ນ້ຳຂອງ ຈະຕັ້ງສະຖານີ ແທກຣະດັບນ້ຳ ແລະ ເຕືອນພັຍນ້ຳຖ້ວມຂື້ນ ຢູ່ນະຄອນຫລວງພະບາງ.

ກອງປະຊຸມ ຄະນະ ກັມມາທິການ ແມ່ນໍ້າຂອງ ທີ່ນະຄອນຫລວງວຽງຈັນ
ກອງປະຊຸມ ຄະນະ ກັມມາທິການ ແມ່ນໍ້າຂອງ ທີ່ນະຄອນຫລວງວຽງຈັນ (Photo by RFA)

ດຣ. ສີຣິພົງ ອະທິບໍດີ​ ກົມ​ຊັບພະຍາກອນ​ນ້ຳຂ ອງ​ໄທ ​ໄດ້​ກ່າວ​ກ່ຽວ​ກັບ ​ເຣື່ອງນີ້​ວ່າ:

"ເຣື່ອງນ້ຳຖ້ວມ ກອງ​ປະຊຸມ ​ໄດ້​ຕົກລົງ ​ໃຫ້​ພິຈາຣະນາ ຕັ້ງສະຖານີ​ ແທກ​ນ້ຳຕື່ມ ​ໂດຍ​ສະ​ເພາະ ​ຢູ່​ທາງ​ພາກ​ເໜືອ​ ຂອງຫລວງ​ພຣະ​ບາງ ​ຂື້ນ​ໄປ​ເຖິງ​ຈີນ ​ເພາະວ່າ ຖ້າ​ບໍ່​ມີ ​ສະຖານີນີ້ ການ​ພະຍາກອນ​ ເຕືອນ​ພັຍ ກໍ​ຄົງ​ຈະ​​ດຳ​ເນີນ​ໄປ ​ໄດ້​ຍາກ."

ນອກຈາກ​ນັ້ນ ກອງ​ປະຊຸມ​ກອງ​ເລຂາທິການ ຄະນະ ​ກັມມາທິການ ​ແມ່ນ້ຳຂອງ ຍັງ​ໄດ້​ຕົກລົງ​ກັນ​ ແຕ້ມ​ແຜນ​ທີ່​ ເຂດ​ທີ່​ມີ ​ຄວາມ​ສ່ຽງ​ ຕໍ່​ພັຍ​ນ້ຳຖ້ວມ ​ແລະ ​ວາງ​ແຜນ ​ປະຕິບັດງານ​ ເພື່ອ​ຊ່ວຍ​ເຫຼືອ ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ດັ່ງ ດຣ. ສີຣິພົງ ​ໄດ້​ກ່າວ​ອີກ​ວ່າ:

“ຫລັງ​ຈາກ ​ເກີດ​ເຫດ​ແລ້ວ ທາງ​ເຈົ້າໜ້າ​ທີ່ ​ກໍ​ຈະ​ມີ​ແຜນ​ປະຕິບັດ ທີ່​ຈະ​ພິມ​ອອກ ​ເປັນ​ປື້​ມຄູ່​ມື ​ເພື່ອ​ກະ​ຕຽມ​ຮັບ​ສະຖານະ​ການ ​ແລະ ​ຍົກຍ້າຍ ​ປະຊາຊົນ ​ໃຫ້​ທັນ​ການ ​ແລະ ​ປື້​ມຄູ່​ມື ​ນີ້ ຕ້ອງ​ໃຫ້​ ເຖິງ​ປະຊາຊົນ ​ໃຫ້​ໄວ​ເທົ່າ​ທີ່ ​ຈະ​ໄວ​ໄດ້.”

​ເມື່ອ​ເດືອນ​ສິງຫາ​ ຫຼາຍ​ປະ​ເທດ ​ໃນ​ເຂດ​ອ່າງ​ແມ່ນ້ຳຂອງ​ ​ປະສົບ​ກັບ ​ພັຍ​ນ້ຳຖ້ວມ ​ຢ່າງ​ແຮງ. ຢູ່​​ລາວ ນ້ຳຖ້ວມ​ ທົ່ງ​ນາ​ ຖນົນ​ຫົນທາງ ​ແລະ ​ບ້ານ​ເຮືອນ ​ທີ່ຢູ່​ອາ​ໃສ​ ໃນ​ຫລາຍໆ​​ແຂວງ ​ເປັນ​ເຫດ​ໃຫ້ ​ມີ​ຄົນ​ເສັຍ​ຊີວິດ​ ຢ່າງ​ນ້ອຍ​ສີ່​ຄົນ ​ແລະ ​ຊັບ​ສົມບັດ ​ທົ່ງ​ນາ​ເສັຍ​ຫາຍ ຄິດ​ໄລ່​ເປັນ​ເງິນ​ ​ເກືອບ​ສິບ​ລ້ານ​ດອນ​ລ່າ​ສະຫະຣັຖ. ຢູ່​ໄທ​ກໍ​ເຊັ່ນດຽວ​ກັນ ຈົນ​ເຖິງ​ ປັດຈຸບັນ ຫລາຍໆ​​ແຂວງ ​ໃນ​ໄທ ກໍ​ຍັງ​ ຖືກ​ນ້ຳຖ້ວມ​ຢູ່.

ອົງການ​ພິພັກ​ ຮັກສະພາບ​​ແວດ​ລ້ອມ ມັກ​ຕິຕຽນ ​ການ​ສ້າງ​ເຂື່ອນ ​ຂອງ​ຈີນ ທີ່​ເຮັດ​​ໃຫ້ ນ້ຳຖ້ວມ​ ​ພາກ​ລຸ່ມ. ຜ່ານ​ມາ ທາງ​ການ​ຈີນ ​​ໄດ້​ຕົກລົງ ​ຣາຍງານ ຣະດັບ​ນ້ຳຂອງ ໃນ​ພາກ​ເໜືອ ​ໃຫ້​ພາກ​ລຸ່ມ ​ຮູ້​ເປັນ​ປະຈຳ; ​ແຕ່​ກໍ​ຍັງ​ບໍ່​ພຽງພໍ ທາງ​ຄະນະ​ ກັມມາທິການ ​ແມ່ນ້ຳຂອງ ຈຶ່ງ​ຢາກ​ໃຫ້​ມີ ​ສະຖານ​ແທກ ຣະດັບ​ນ້ຳ​ ເປັນຂອງ​ຕົນ​ເອງ​ ​ເພື່ອ​ວັດ​ແທກ ຣະດັບ​ນ້ຳ​ ໄດ້​ໃນ​ທຸກ​ເວລາ.