ສປປລາວ ຂາດ ຄຣູສອນ

ປະເທດລາວ ຍັງຂາດເຂີນ ຄຣູສອນຫລາຍ ໂດຍສະເພາະ ຢູ່ໃນເຂດ ຊົນນະບົດ ຫ່າງໄກ ຍັງຕ້ອງການຄຣູ ຊັ້ນປະຖົມ ຫລາຍພັນຄົນ.

ການຂາດເຂີນຄຣູ ແລະ ອາຈານ ຢູ່ລາວເກີດມາຈາກ ຫລາຍສາເຫດ. ທ່ານ ຊື່ນໄຊຊະນະວົງໄຊ ຫົວໜ້າ ແນກ ປະຖົມສຶກສາ ກົມສາມັນ ກະຊວງສຶກສາທິການຂອງລາວ ຊີ້ແຈງ​​ ໃຫ້ສາເຫດນຶ່ງ ວ່າ:

ດຽວນີ້ ຄຣູຂາດ ມັນກໍມີ ຫລາຍສາເຫດໂຄຕ້າທີ່ທາງຣັຖບານລາວ ໃຫ້ແຕ່ລະປີ ມັນຈະບໍ່ພຽງພໍສຳຣັບ ປີນີ້ ມີອັດຕຣາ ບັນຈຸຄຣູ 4,000 ກວ່າຄົນ ຈະແຈກຢາຍໄປທົ່ວທຸກແຂວງໂດຍສະເພາະ ເຂດພູດອຍ ທີ່ຂາດຄຣູ; 4,000 ນີ້ ຍັງບໍ່ພໍ.

ອີກສາເຫດນຶ່ງ ນັກສຶກສາ ທີ່ຮຽນຈົບຈາກສະຖາບັນ ຝຶກອົບຣົມຄຣູ ຢູ່ໃນເມືອງສ່ວນຫລາຍ ບໍ່ຢາກໄປສອນ ຢູ່ໃນເຂດຊົນນະບົດ ດັ່ງທີ່ ທ່ານ ຊື່ນໄຊຊະນະວົງໄຊໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:

ສຳຄັນ ທີ່ສຸດ ສ່ວນຫລາຍນັກຮຽນທີ່ມາຮຽນຢູ່ໃນວິທະຍາໄລຄຣູ ສະຖາບັນ ສ້າງຄຣູ ຫລັງຈາກທີ່ເຂົາສຳເຣັດ ການຮຽນແລ້ວ ສ່ວນຫລາຍຈະບໍ່ໄປຢູ່ເຂດພູດອຍ ອັນນີ້ ກໍເປັນອີກສາເຫດນຶ່ງ ທີ່ພາໃຫ້ມີການຂາດຄຣູ.

ທ່ານ ຊື່ນ ອະທິບາຍວ່າເຖິງວ່າປັດຈຸບັນ ຣັຖບານຈະມີນະໂຍບາຍເພິ້ມເງິນເດືອນໃຫ້ແກ່ຄຣູ ຜູ້ທີ່ຈະໄປ ປະຕິບັດໜ້າທີ່ ຢູ່ໃນເຂດຊົນນະບົດ ຫ່າງໄກ ກໍຕາມ ນັກສຶກສາ ທີ່ຮຽນຈົບ ວິຊາຄຣູແລ້ວ ກໍຍັງບໍ່ຢາກ ໄປປະຈຳການ ຢູ່ເຂດຊົນນະບົດເລີຍ; ສ່ວນຫລາຍແລ້ວຢາກຢູ່ ແຕ່ໃນເມືອງເພາະມີຄວາມສະດວກສະບາຍ ທຸກຢ່າງ.

ອີກສາເຫດໃຫຍ່ນຶ່ງ ກໍແມ່ນເງິນເດືອນ ຂອງຄຣູ ຍັງຕ່ຳເກີນໄປເມື່ອທຽບໃສ່ ວິຊາ ອາຊີບ ຢ່າງອື່ນ; ຕົວຢ່າງຄຣູໂຮງຮຽນ ຊັ້ນປະຖົມ ມີເງິນເດືອນ ບໍ່ເຖິງສາມແສນກີບແລະ ການເປັນ ຄຣູ ຢູ່ໃນເຂດຊົນນະບົດ ກໍຈະບໍ່ມີໂອກາດ ມີຣາຍໄດ້ ເພິ້ມພິເສດເລີຍເຊັ່ນບໍ່ໄດ້ ສອນເພິ້ມ ດັ່ງນີ້ເປັນຕົ້ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org