ອຸບັດຕິເຫດ ຖນົນໝາຍເລກ 13

ເກີດອຸບັດຕິເຫດ ຣົດໂດຍສານ ສາຍຊຽງຂວາງ-ວຽງຈັນ ຂ້ວາມ ເທີງຖນົນຫລວງ ໝາຍເລກ 13 ເໜືອ ເຂດແຂວງວຽງຈັນ.

0:00 / 0:00

ເກີດ​ອຸບັດຕິ​ເຫດ ຣົດ​ໂດຍສານ ​ສາຍ​ຊຽງຂວາງ-ວຽງຈັນ ຂ້ວາ​ມຢູ່​ເທິງ ​ຖນົນ​ຫລວງ ໝາຍ​ເລກ13 ​ເຂດ​ພື້ນ​ທີ່​ຕອນ​ເໜືອ ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ ​ໃນ​ຕອນ​ເຊົ້າ​ມືດ ຂອງວັນ​ອັງຄານ ທີ14ຕຸລາ​ນີ້ ​ເມື່ອ​​ເວລາ ​ປະມານ 2 ​ໂມງ ​ເຮັດ​ໃຫ້​ຜູ້​ໂດຍສານ​ ​​ເສັຽຊີວິດ​ໄປ 4 ຄົນ ຈາກ​ທັງໝົດ 40 ກວ່າ​ຄົນ ທີ່​ຢູ່​ໃນ ຣົດ ແລະ ​ບາດ​ເຈັບອີກ ສິບ​ກວ່າຄົນ. ​ໃນ​ນັ້ນ​ ມີ​ບາງ​ຄົນ ​ຢູ່​ໃນ​ສະພາບ​ສາຫັດ ​​ໂດຍ​ທັງໝົດ ​​ຖືກ​ນໍາ​ສົ່ງ​ໂຮງໝໍ​ ແຂວງ​ວຽງຈັນ ທີ່​ຕັ້ງ​ຢູ່ ​ບໍ່​ຫ່າງໄກ ກັບ​ບ່ອນ​ເກີດ​ເຫດ, ຕາມ​ຄໍາ​ເວົ້າ​ ຂອງ ຊາວ​ນະຄອນຫລວງ​ວຽງຈັນ ທ່ານ​ນຶ່ງ.

ຣົດ​ໂດຍສານ​ ຄັນ​ດັ່ງກ່າວ ​ແລ່ນ​ອອກ​ຈາກ ​ຊຽງຂວາງ ​ເວລາ 8 ​ໂມງ​ແລງ ​​ເພື່ອ​ທີ່ ​ຈະ​ມາ​ເຖິງ​ນະຄອນຫລວງ ​ວຽງຈັນ ປະມານ 4​ ໂມງ​ເຊົ້າ ​ຊຶ່ງ​ຈະ​ໃຊ້ ​ເວລາ​ແລ່ນ​ ປະມານ 8 ຊົ່ວ​ໂມງ. ​ ​ເສັ້ນທາງ ໝາຍ​ເລກ 13 ຊ່ວງ​ເໜືອ ຂອງ​ເມືອງ​ໂພນ​ໂຮງ​ ​ເປັນ​ເສັ້ນທາງ ​ລຽບພໍ​ສົມຄວນ; ຣົດບໍ່​ນ່າ ​ເກີດ​ອຸບັຕິ​ເຫດ​ເລີຍ ​ແລະ ​ຄິດ​ວ່າ ຄົງ​ເກີດ​ຈາກ ​ການ​ຫລັບ​ໃນ ຂອງ​ຜູ້​ຂັບ ຈຶ່ງ​ເຮັດ​ໃຫ້ຣົດ ​ເສັຽຫລັກ ​​ແລ່ນ​ເຈີດ​ອອກ​ນອກ​ເສັ້ນທາງ ​ແລ້ວ​ພິກ​ຂ້ວາ​ມ.

ໃນ​ເດືອນ​ດຽວກັນ​ນີ້ ​ໄດ້​ເກີດ​ ອຸບັດຕິ​ເຫດ ຣົດ​ໂດຍສານ ​ສາຍ​ທາງ​ໄກ ຂ້ວາ​ມ 2​ ເທື່ອ​ແລ້ວ ​ເທິງ ເສັ້ນທາງ ໝາຍ​ເລກທີ 13 ​ເທື່ອ​ນີ້ ​ເປັນ​ເທື່ອ ​ທີ 2. ເທື່ອ​ທີ 1 ນັ້ນ ເກີດ​ ເມື່ອ​ວັນ​ທີ 6 ຕຸລາ ຢູ່​​ເຂດ​ເມືອງ ​ທ່າ​ພະ​ບາດ ​ແຂວງ​ບໍຣິຄໍາ​ໄຊ, ມີ​ຜູ້​ໄດ້​ຮັບ ​ບາດ​ເຈັບ​ສາຫັດ 4 ຄົນ​ ແຕ່​​ໂຊກ​ດີ-ບໍ່​ມີ​ຜູ້ ​ເສັຽຊີວິດ.