ເດັກນ້ອຍ ດ້ອຍໂອກາດ ໃນການສຶກສາ

ປະຊາຊົນລາວ ໃນເຂດຫ່າງໄກ-ສອກຫລີກ ມີຣາຍໄດ້ຕໍ່າ-ສົ່ງຜົນໃຫ້ ເດັກນ້ອຍ ບໍ່ສາມາດ ຮຽນໃນຊັ້ນສູງໄດ້.

ບັນ​ຫາການຮຽນ ການສຶກສາ ຂອງເດັກນ້ອຍລາວ ໃນເຂດຫ່າງໄກ-ສອກຫລີກ ຍັງເປັນບັນຫາ ທີ່ແກ້​​ໄໃຫ້ຕົກໄປ ບໍ່​ໄດ້ເທື່ອ ​​ເພາະຂຶ້ນກັບ ສະພາບເງື່ອນ​ໄຂ ​ແລະ ປັດໃຈ ຕ່າງໆ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກ ສຶກສາເມືອງປາກລາຍ ແຂວງໄຊຍະບູລີ.

ເຮົາຍັງມີບັນຫາ ທີ່ຄ້າງຄາຢູ່ ເວົ້າເລື່ອງ ທຶນຮອນນັກຮຽນ ສ່ວນຫລາຍ ມັນຈະຢູ່ໃນ ເຂດຫ່າງ​​ໄກ ສອກຫລີກ ຈະບໍ່ໄດ້ເຂົ້າໄປຮຽນ ລາຍຮັບ ຂອງປະຊາຊົນ ບໍ່ສາມາດ ຈະສົ່ງລູກ ທີ່ໄປຮຽນໃຫ້ມັນຣະດັບສູງໄດ້ໝົດ.”

ເດັກນ້ອຍ ໃນເຂດຊົນນະບົດ ຫ່າງ​​ໄ-ສອກຫລີກ ສ່ວນໃຫຍ່ ຈະຈົບພຽງ ຂັ້ນປະຖົມ ສຶກສາ ພາກບັງຄັບ ຫລື ຊັ້ນປະຖົມ-ຫ້ອງ. 5. ເມື່ອຮຽນຈົບ ພາກບັງຄັບແລ້ວ ເດັກນ້ອຍສ່ວຍໃຫຍ່ ຈະອອກມາຊ່ວຍ ພໍ່ແມ່-ຄອບຄົວເຮັດວຽກ ແລະ ບໍ່ໄດ້ຮຽນໜັງສືຕໍ່ ເນື່ອງຈາກ ບໍ່ມີເງິນພໍ ສໍາລັບ ຄ່າເດີນທາງ ຄ່າຊຸດນັກຮຽນ ແລະ ຄ່າອາຫານ. ​ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ຈະມີບັນຫາ ໃນເລື່ອງການຂາດງົປມານ ​​ໃນເລື່ອງການປຸກສ້າງໂຮງຮຽນ ຕາມເຂດຊົນນະບົດ ແຕ່ທາງແນກສຶກສາ ກໍ​​ເອົາໃຈໃສ່ ທີ່ຈະໃຫ້ ເດັກນ້ອຍໄດ້ຮຽນໜັງສື.

ປີນີ້ ກໍໄດ້ຂຍາຍ ມັທຍົມໄປໃຫ້ເຂົາຈົ້າ 2-3 ບ່ອນ 2-3 ບ້ານ ກໍມາຮຽນຢູ່ ບ່ອນດຽວກັນນັ້ນ ກໍຄ່ອຍພັທນາ ທາງດ້ານນີ້ໄປ.”

ຖ້າເວົ້າເລື່ອງ ການຂຍາໂຮງຮຽນ ຢູ່ໃນເມືອງປາກລາຍນັ້ນ ກໍມີການພັທນາ ທັງການຮຽນ-ການສອນ ທັງຂອງຜູ້ເປັນນາຍຄຣູ ແລະ ເດັກນ້ອຍ ນັກຮຽນດ້ວຍ ເພື່ອໃຫ້ການຮຽນ ການສອນ ມີປະສິດທິພາບເພີ່ມຂຶ້ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org